ພິທີກິດຈະກຳຖາມ-ຕອບວິທະຍາສາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວັນທີ 8 ພຶດສະພາ 2025 ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ສົມທົບກັບໂຮງຮຽນ ມສ ທົ່ງປຸ່ງເມືອງຫຼວງນໍ້າທາ ຈັດກິດຈະກໍາຖາມ-ຕອບວິທະຍາສາດ ວັນສ້າງຕັ້ງພັກຄົບຮອບ 70 ປີ ( 22 ມີນາ 1955 – 22 ມີນາ 2025 ), ດ້ວຍການເປັນປະທານຮ່ວມຂອງທ່ານ ສິງແກ້ວ ແສນປັນຍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ,ທ່ານ ສາຍໃຈ ຈັນທະລັງສີ ຮອງອໍານວຍການໂຮງຮຽນ ມສ ທົ່ງປຸ່ງ, ທ່ານຄໍາເຄືອງ ແສງສີຄໍາ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງຫຼວງນໍ້າທາ, ມີຄະນະຮັບຜິດຊອບຂັ້ນແຂວງ, ເມືອງ, ຄູ-ອາຈານຕະຫຼອດຮອດນ້ອງນ້ອຍນັກຮຽນເຂົ້າຮ່ວມທັງໝົດ 235 ຄົນ, ຍິງ 165 ຄົນ. ຈຸດປະສົງໃນການຈັດກິດຈະກໍາຖາມ-ຕອບວິທະຍາສາດວັນສ້າງຕັ້ງພັກຄົບຮອບ 70 ປີ ແມ່ນເພື່ອທົບທວນຫວນຄືນມູນເຊື້ອແຫ່ງການນໍາພາຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນ ໝາກຜົນຕົວຈີງ ທີ່ພັກປະຊາຊົນປະຕິວັດລາວ ຍາດມາໄດ້ຕະຫຼອດໄລຍະ 70 ປີ.

ຈາກນັ້ນ, ນ້ອງນ້ອຍນັກຮຽນຍັງໄດ້ຈັບສະຫຼາກຖາມ-ຕອບວິທະຍາສາດກ່ຽວກັບປະຫວັດວັນສ້າງຕັ້ງພັກ ແລະ ອື່ນໆ ຢ່າງເປັນຂະບວນຟົດຟື້ນພ້ອມດຽວກັນນັ້ນຍັງໄດ້ມອບລາງວັນໃຫ້ນ້ອງນ້ອຍນັກຮຽນຜູ້ທີ່ຕອບຄໍາຖາມ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa