ທ່ານ ປ.ອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອານຸກໍາມະການເນື້້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ພ້ອມຄະນະລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫຼວງນໍ້າທາ.

ວັນທີ 16 ສິງຫາ 2024 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມ ເພື່ອຮັບຟັງການເຜີຍແຜ່ທິດຊີ້ນໍາຂອງທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອານຸກໍາມະການເນື້້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ພ້ອມຄະນະທີ່ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫຼວງນໍ້າທາ ໂດຍເປັນກຽດເຂົ້າຮ່ວມມີທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ, ຜູ້ຊີ້ນໍາຂົງເຂດການເມືອງ-ແນວຄິດ, ພັກ-ພະນັກງານຂັ້ນແຂວງ, ມີການນໍາຂອງແຂວງ, ຕາງໜ້າສອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫົວໜ້າພະແນກການອ້ອມຂ້າງແຂວງ, ມີພະນັກງານ-ລັດຖະກອນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ວຽກງານທີ່ພົ້ນເດັ່ນໄລຍະ 6 ເດືອນຜ່ານມາຂອງແຂວງ ໂດຍທ່ານ ຮອງເລຂາພັກແຂວງ ໂດຍສະເພາະ ແມ່ນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຄໍາສັ່ງສະໄໝທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດສັງຄົມ ປະຈໍາປີ 2023-2024 ໂດຍຕິດພັນກັບສອງວາລະແຫ່ງຊາດ, ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນໄລຍະຜ່ານມາເປັນຕົ້ນແມ່ນ: ຕົວແບບທາງດ້ານການຜະລິດກະສິກໍາ, ການຄຸ້ມຄອງບໍລິຫານລັດ, ການເກັບພາສີ-ອາກອນ, ແກ້ແກ້ໄຂຄວາມທຸກຍາກຢູ່ຮາກຖານ, ເມືອງ, ການພັດທະນາຄົມມະນາຄົມ ສາມາດມີເສັ້ນທາງເຂົ້າເຖິງເຂດຊົນນະບົດທຸລະກັນດານ, ພັດທະນາດ້ານການສຶກສາ, ສາທາລະນະສຸກໃຫ້ດີຂື້ນເທື່ອລະກ້າວ.

ໂອກາດດຽວກັນຍັງໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳຕ່າງໆກ່ຽວກັບການກະກຽມສະເຫຼີມສະຫຼອງ 3 ວັນປະຫັວດສາດໃນປີ 2025 ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ  ເຜີຍແຜ່ແນະນໍາກ່ຽວກັບການຊຸກຍູ້ບົດປະກອບຄໍາເຫັນຂອງບັນດາຕົວແທນຈາກແຂວງຕ່າງໆຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ບັນດາທ່ານການນໍາຂອງແຂວງກຳໄດ້ເພື່ອນໍາໄປຈັດຕັ່ງປະຕິບັດເຜີຍແຜ່ແນະນໍາກ່ຽວກັບການກະກຽມຊຸກຍູ້ ໃນການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງແຂວງ.

ໃນຕອນທ້າຍຂອງກອງປະຊຸມທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອານຸກໍາມະການເນື້້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ເນັ້ນໜັກກ່ຽວກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ການກະກຽນສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃຫ້ສຸມໃສ່ ປຶກສາຫາລື, ແບ່ງຄວາມຮັບຜິດຊອບຢ່າງລະອຽດແຕ່ລະໜ້າວຽກ, ມອບໃຫ້ແຕ່ລະພາກສ່ວນມີຮັບຜິດຊອບລະອຽດ, ຈະແຈ້ງ, ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ເພື່ອຮັບຜິດຊອບໂດຍກົງ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ມີຜົນສໍາເລັດ ແລະ ທັນກັບກໍານົດເວລາ, ການຈັດຕັ້ງປະຕິບັດການກະກຽມສະເຫຼີມສະຫຼອງຕ້ອງຕິດພັນກັບການກະກຽມກອງປະຊຸມ 3 ຂັ້ນໃຫ້ມີຂະບວນຟົດຟື້ນ, ມີບັນຍາກາດ, ການສະເຫຼີມສະຫຼອງຕ້ອງບົນຈິດໃຈປະຢັດມັດທະຍັດ ແລະ ເອົາໃຈໃສ່ຄົ້ນຄ້ວາເອົາບຸກຄະລາກອນຜູ້ທີ່ເໜາະສົມໃຫ້ໄດ້ຕາມເປົ້າໝາຍ ເພື່ອຮັບປະກັນໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa