ວັນທີ 28 ພຶດສະພາ 2025 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດອົບຮົມສະມາຊິກພັກໃໝ່ (ສະມາຊິກພັກສໍາຮອງ ) ຢູ່ທີ່ຫ້ອງຮຽນຂອງຄະນະໂຄສະນາອົບຮົມແຂວງ ເຊີ່ງເປັນກຽດກ່າວເປີດຊຸດອົບຮົມ ແລະ ບັນຍາຍເອກະສານອົບຮົມສະມາຊິກພັກໃໝ່ ໂດຍ ສະຫາຍ ສິງແກ້ວ ແສນປັນຍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງມີສະມາຊິກພັກໃໝ່ ທີ່ມາຈາກ ຄະນະພັກຮາກຖານ ພະແນກ ສຶກສາທິການ ແລະ ກິລາ, ຄະນະພັກຮາກຖານ ພະແນກ ສາທາລະນາສຸກແຂວງ, ຄະນະພັກຮາກຖານ ພະແນກກະສີກໍາແຂວງ ແລະ ໝ່ວຍພັກພະແນກຍຸຕິທໍາແຂວງ ມີຜູ້ເຂົ້າຮຽນທັງໝົດ 7 ສະຫາຍ, ຍິງ 5 ສະຫາຍ.
ການເປີດຊຸດອົບຮົມໃນຄັ້ງນີ້ແມ່ນ ອີງຕາມກົດລະບຽບຂອງພັກ ສະໄໝທີ XI ແລະ ອີງຕາມ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 15/2/2016 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເພື່ອແນ່ໃສ່ເຮັດໃຫ້ສະມາຊິກພັກໃໝ່ ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ເປັນການປັບປຸງຍົກລະດັບຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ວຽກງານກໍ່ສ້າງພັກ, ປັບປຸງພັກ ແລະ ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງພະນັກງານ, ສະມາຊິກພັກ ເຮັດໃຫ້ສະມາຊິກພັກໃໝ່ມີຄວາມຕັ້ງໜ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເລື່ອນຈາກສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບຸນ ພ້ອມທັງຮັບປະກັນໃນການປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນດີ ເຮັດໃຫ້ການຈັດຕັ້ງຂອງພັກມີຄວາມໜັກແໜ້ນເຂັ້ມແຂງ ສືບຕໍ່ເຮັດໜ້າທີ່ການເມືອງໄດ້ເປັນຢ່າງດີ; ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີໂດຍ ສະຫາຍ ສິງແກ້ວ ແສນປັນຍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ການຊຸດຝຶກອົບຮົມໄດ້ດໍາເນີນໄປເປັນເວລາ 1 ຕອນ ແລະ ໄດ້ປິດລົງໃນຕອນດຽວກັນຢ່າງເປັນທາງການ.