ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ລົງສົມທົບກັບຄະນະໂຄສະນາອົບຮົມເມືອງລອງ ເປີດຊຸດຝຶກອົບຮົມການເມືອງ – ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ອ້ອມຂ້າງເມືອງລອງ ແຂວງຫຼວງນ້ຳທາ

ວັນ​ທີ 13 ພຶດສະພາ 2025 ຢູ່ທີ່ສະໂມສອນຂອງເມືອງລອງໄດ້ເປີດຊຸດຝຶກອົບຮົມການເມືອງ – ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ອ້ອມຂ້າງເມືອງລອງ ແຂວງຫຼວງນ້ຳທາ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສິງໄຊ ວັນຄຳ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ແລະ ທ່ານ ສາລີ ບອບບີ ຮອງເລຂາພັກເມືອງ ປະທານກວດກາພັກ – ອົງການກວດກາລັດເມືອງ ຜູ້ຊີ້ນຳວຽກງານພັກ – ພະນັກງານ ແລະ ທ່ານ ນ. ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມໂຄສະນາອົບຮົມສູນກາງພັກ, ມີສຳມະນາກອນ ( ຜູ້ຊົງຄຸນວຸດທິ ) ມາຈາກກຸ່ມບ້ານ ຈອມແຈ້ງ ແລະ ກຸ່ມບ້ານ ຈະເລີນໄຊ ເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 06 ສະຫາຍ.

ໃນວາລະຂອງພິທີ ທ່ານ ສິງໄຊ ວັນຄຳ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ກ່າວເປີດພິທີຢ່າງເປັນທາງການ ເຊິ່ງການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນ ແລະ ຈໍາເປັນຫຼາຍ ເພື່ອໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ມີຄວາມຮັບຮູ້-ເຂົ້າໃຈກ່ຽວກັບການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ, ເພາະເມືອງລອງມີຫຼາຍຊົນເຜົ່າທີ່ດໍາລົງຊີວິດໂດຍການເຊື່ອຖືຮີດຄອງປະເພນີ, ປະຊາຊົນສ່ວນໃຫຍ່ລະດັບການສຶກສາຍັງຕໍ່າ ສະນັ້ນບົດບາດຂອງເຜົ່າຍັງມີຫຼາຍຕໍ່ກັບການສຶກສາອົບຮົມການເມືອງ-ນໍາພາແນວຄິດ, ເຕົ້າໂຮມຄວາມສາມັກຄີ, ການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຢູ່ພາຍໃນເມືອງ ເຮັດໃຫ້ເມືອງລອງມີຄວາມໝັ້ນຄົງທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໄດ້ໂດຍພື້ນຖານ ແລະ ເອກະສານ ທີ່ນຳມາຝຶກໃນຄັ້ງນີ້ມີທັງໝົດ 3 ບົດຄື:

ບົດທີ 1 : ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ຂອງປະຊາຊົນບັນດາເຜົ່າ;

ບົດທີ 2 : ບົດບາດ ແລະ ໜ້າທີ່ ຂອງຜູ້ຊົງຄຸນວຸດທິ ບັນດາເຜົ່າ;

ບົດທີ 3 : ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະເໝີພາບ ຂອງປະຊາຊົນລາວບັນດາເຜົ່າ.

ການຝຶກອົບຮົມໃນຄັ້ງນີ້ເຖິ່ງວ່າເວລາຈະສັ້ນແຕ່ສໍາມະນາກອນສາມາດຮັບຮູ້-ເຂົ້າໃຈເລິກເຊິ່ງ ພ້ອມແລ້ວທີ່ຈະນໍາເອົາບັນດາແນວທາງ, ປະສົບການ, ບັນດາເນື້ອໃນຈິດໃຈຂອງຊຸດຝຶກອົບ ເພື່ອໄປໝູນໃຊ້ເຂົ້າໃນຊີວິດຕົວຈິງຢູ່ໃນສັງຄົມ ໂດຍສະເພາະແມ່ນການເສີມຂະຫຍາຍບົດບາດຜູ້ຊົງຄຸນວຸດທິ, ສຶກສາອົບຮົມລູກຫຼານ ປະກອບສ່ວນເຂົ້າໃນການອະນຸລັກວັດທະນະທໍາອັນດີງານຂອງເຜົ່າ ເຮັດໃຫ້ເມືອງລອງມີຄວາມຮັ່ງມີເຂັ້ມແຂງຕະຫຼອດໄປ ແລະ ຊຸດຝຶກອົບຮົບໄດ້ປິດລົງຢ່າງເປັັນທາງການໃນວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa