ຕອນເຊົ້າຂອງວັນທີ28 ມັງກອນ 2025 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດອົບຮົມສະມາຊິກພັກໃໝ່ (ສະມາຊິກພັກສໍາຮອງ ) ຢູ່ທີ່ຫ້ອງຮຽນຂອງຄະນະໂຄສະນາອົບຮົມແຂວງ ເຊີ່ງເປັນກຽດກ່າວເປີດຊຸດອົບຮົມ ແລະ ບັນຍາຍເອກະສານອົບຮົມສະມາຊິກພັກໃໝ່ ໂດຍສະຫາຍ ສິງແກ້ວ ແສນປັນຍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງມີສະມາຊິກພັກໃໝ່ ທີ່ມາຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຄະນະພັກຮາກຖານພະແນກ ຮສສ ແຂວງ ແລະ ໜ່ວຍພັກພະແນກການຕ່າງປະເທດ ມີຜູ້ເຂົ້າຮຽນທັງໝົດ 08 ສະຫາຍ, ຍິງ 03 ສະຫາຍ.
ການເປີດຊຸດອົບຮົມໃນຄັ້ງນີ້ແມ່ນ ອີງຕາມກົດລະບຽບຂອງພັກ ສະໄໝທີ XI ແລະ ອີງຕາມ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 15/2/2016 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເພື່ອແນ່ໃສ່ເຮັດໃຫ້ສະມາຊິກພັກໃໝ່ ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ເປັນການປັບປຸງຍົກລະດັບຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ວຽກງານກໍ່ສ້າງພັກ, ປັບປຸງພັກ ແລະ ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງພະນັກງານ, ສະມາຊິກພັກ ເຮັດໃຫ້ສະມາຊິກພັກໃໝ່ມີຄວາມຕັ້ງໜ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເລື່ອນຈາກສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບຸນ ພ້ອມທັງຮັບປະກັນໃນການປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນດີ ເຮັດໃຫ້ການຈັດຕັ້ງຂອງພັກມີຄວາມໜັກແໜ້ນເຂັ້ມແຂງ ສືບຕໍ່ເຮັດໜ້າທີ່ການເມືອງໄດ້ເປັນຢ່າງດີ; ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີໂດຍ ສະຫາຍ ສິງແກ້ວ ແສນປັນຍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຊຸດຝຶກອົບຮົມໄດ້ດໍາເນີນໄປເປັນເວລາ 1 ຕອນ ແລະ ໄດ້ປິດລົງໃນເວລາດຽວກັນຢ່າງເປັນທາງການ.