ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາເປີດຮຽນສະໜັບສະໜູນໃຫ້ແກ່ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ.

ວັນທີ 8 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຊັ້ນ 4 ໄດ້ເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຕາມການສະເໜີຂອງບັນດາໜ່ວຍພັກພະແນກການອ້ອມຂ້າງແຂວງ ໂດຍເປັນກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ການເປີດຮຽນໃນຄັ້ງນີ້ແມ່ນໄດ້ອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ໝວດທີ I, ມາດຕາ 2 ວ່າດ້ວຍລະບຽບການຂະຫຍາຍພັກ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ອິງຕາມ ມະຕິຕົກລົງຂອງຄະນະປະຈໍາພັກແຂວງຫຼວງນໍ້າທາ ສະບັບເລກທີ 161/ຄປພຂ, ລົງວັນທີ 7 ສິງຫາ 2024 ວ່າດ້ວຍການອະນຸມັດຮຽນເອກະສານສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ທີ່ມາຈາກ ໜ່ວຍພັກຫ້ອງວ່າການແຂວງ, ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງ ເຊິ່ງມີຜູ້ເຂົ້າຮຽນທັງໝົດ 8 ສະຫາຍ, ຍິງ 5 ສະຫາຍ.

ເອກະສານທີ່ນໍາມາອົບຮົມເປົ້າໝາຍຂະຫຍາຍເຂົ້າພັກປະກອບມີ 13 ຄໍາຖາມ ແລະ 13 ຄໍາຕອບ ກ່ຽວກັບພັກປະຊາຊົນປະຕິວັດລາວ ເພື່ອໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂ, ໄດ້ຮໍ່າຮຽນເອົາບັນດາແນວທາງຂອງພັກໃຫ້ມີຄວາມຕື່ນຕົວ, ບຸກບືນສູ້ຊົນ ເພື່ອບັນລຸອຸດົມການຂອງພັກ, ຊື່ສັດບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ພັກ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍໃຫ້ ແລະ ຝຶກຝົນຫຼໍ່ຫອມຕົນເອງໃຫ້ຄົບຕາມມາດຖານເງື່ອນໄຂ ເພື່ອເລື່ອນຈາກມະຫາຊົນຜູ້ທີ່ມີຄວາມກ້າວໜ້າໃຫ້ໄດ້ເຂົ້າເປັນສະມາຊິກພັກສໍາຮອງ; ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີໂດຍ ສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊີ່ງພິທີດັ່ງກ່າວໄດ້ດໍາເນີນເປັນເວລາ 1 ຕອນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa