ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາເປີດຊຸດອົບຮົມສະມາຊິກພັກໃໝ່ (ສະມາຊິກພັກສໍາຮອງ).

ຕອນເຊົ້າ ວັນທີ 31 ກໍລະກົດ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດອົບຮົມສະມາຊິກພັກໃໝ່ (ສະມາຊິກພັກສໍາຮອງ ) ຢູ່ທີ່ຫ້ອງຮຽນຂອງຄະນະໂຄສະນາອົບຮົມແຂວງ ຊັ້ນ IV ເຊີ່ງເປັນກຽດກ່າວເປີດຊຸດອົບຮົມ ແລະ ບັນຍາຍເອກະສານອົບຮົມສະມາຊິກພັກໃໝ່ ໂດຍສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຊິ່ງມີສະມາຊິກພັກໃໝ່ ທີ່ມາຈາກ 3 ຄະນະພັກຮາກຖານ ແລະ 1 ໜ່ວຍພັກອ້ອມຂ້າງແຂວງ, ມີຜູ້ເຂົ້າຮຽນທັງໝົດ 8 ສະຫາຍ, ຍິງ  4 ສະຫາຍ.

ການເປີດຊຸດອົບຮົມໃນຄັ້ງນີ້ແມ່ນ ອີງຕາມກົດລະບຽບຂອງພັກ ສະໄໝທີ XI ແລະ ອີງຕາມ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 15/2/2016 ວ່າດ້ວຍການຈັດຕັ້ງເຊື່ອມຊືມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເພື່ອແນໃສ່ເຮັດໃຫ້ສະມາຊິກພັກໃໝ່ ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ເປັນການປັບປຸງຍົກລະດັບຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ວຽກງານກໍ່ສ້າງພັກ, ປັບປຸງພັກ ແລະ ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງພະນັກງານ, ສະມາຊິກພັກ ເຮັດໃຫ້ສະມາຊິກພັກໃໝ່ມີຄວາມຕັ້ງໜ້າໃນນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ  ແລະ ເລື່ອນຈາກສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບຸນ ພ້ອມທັງຮັບປະກັນໃນການປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນດີ ເຮັດໃຫ້ການຈັດຕັ້ງຂອງພັກມີຄວາມໜັກແໜ້ນເຂັ້ມແຂງ ສືບຕໍ່ເຮັດໜ້າທີ່ການເມືອງໄດ້ເປັນຢ່າງດີ; ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີໂດຍສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຊຸດຝຶກອົບຮົມໄດ້ດໍາເນີນໄປເປັນເວລາ 1 ຕອນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa