ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ລົງເປີດຊຸດຝຶກອົບຮົມທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງວຽງພູຄາ.

ວັນທີ 15 ກໍລະກົດ 2024 ຢູ່ທີ່ ມສ ເທດສະບານ ເມືອງວຽງພູຄາ ໄດ້ເປີດຊຸດຝຶກອົບຮົມທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ນາງຈັນຄໍາ ທອງມີໄຊ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ເປັນກຽດເຂົ້າຮ່ວມ ມີຕາງໜ້າຈາກ ຫ້ອງວ່າການເມືອງ, ຄະນະຈັດຕັ້ງເມືອງ, ຄະນະກວດກາພັກ-ອົງການກວດກາລັດເມືອງ, ຫ້ອງການພາຍໃນເມືອງ, ປກສ ເມືອງ ແລະ ມີເປົ້າໝາຍສໍາມະນາກອນເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ 41 ສະຫາຍ, ຍິງ 18 ສະຫາຍ.

ພິທີດັ່ງກ່າວ ສະຫາຍ ສິງໄຊ ວັນຄຳ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົມຮົມແຂວງ ໄດ້ກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ເຊີ່ງທ່ານຮຽກຮ້ອງມາຍັງ ນັກວິທະຍາກອນ ແລະ ສໍາມະນາກອນທຸກທ່ານ ຈົ່ງພ້ອມກັນສຸມສະຕິປັນຍາ, ຄົ້ນຄວ້າ, ປຶກສາຫາລື ແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນ ທາງດ້ານຫຼັກມູນພື້ນຖານ, ດ້ານທິດສະດີໃຫ້ເລິກເຊິງ ແລະ ປະຕິບັດຕາມວາລະໃຫ້ເຂັ້ມງວດ ເຊີ່ງຊຸດຝຶກອົບຮົມຄັ້ງນີ້ ແມ່ນນໍາໃຊ້ເອກະສານ ບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ, ໂດຍໃຊ້ເວລາຮຽນທັງໝົດ 5 ວັນ ລວມມີ 02 ພາກ ແລະ ມີ 14 ບົດ, ສ່ວນວິທະຍາກອນແມ່ນສົມທົບລະຫວ່າງ ຄະນະໂຄສະນາອົບຮົມແຂວງ, ຄະນະປະຈໍາພັກເມືອງ ແລະ ຄະນະໂຄສະນາອົບຮົມເມືອງ.

ຊຸດຝຶກອົບຮົມດັ່ງກ່າວ ແມ່ນເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ມີຄວາມຮັບຮູ້-ເຂົ້າໃຈ, ຄວາມຮູ້ພື້ນຖານກ່ຽວກັບ ລັດທິມາກ-ເລນິນ, ມູນເຊື້ອຂອງຊາດລາວ, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ເຂົ້າໃຈກ່ຽວກັບນະໂຍບາຍຂອງພັກ ໂດຍສະເພາະແມ່ນແນວທາງປ່ຽນແປງໃໝ່ ຮອບດ້ານຢ່າງມີຫຼັກການຂອງພັກ, ແນວທາງເສດຖະກິດຂອງພັກ ທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ປະເທດເຮົາ, ແນວທາງພັດທະນາເສດຖະກິດ, ຕິດພັນກັບວັດທະນະທຳ-ສັງຄົມ, ສ້າງລັດແຫ່ງກົດໝາຍ ພາຍໃຕ້ການນຳພາຂອງພັກ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ໃນການປະຕິບັດໜ້າທີ່ການເມືອງໃຫ້ຖືກຕາມແນວທາງຂອງພັກ-ລັດ, ຄຸນສົມບັດສິນທຳປະຕິວັດໃຫ້ໜັກແໜ້ນກວ່າເກົ່າ, ຍົກສູງຄວາມສາມາດ ໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກໃຫ້ຖືກຕ້ອງ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງຂະແໜງການ, ທ້ອງຖິ່ນຂອງຕົນ ເພື່ອປັບປຸງແບບແຜນວິທີເຮັດວຽກ, ສາມາດຜັນຂະຫຍາຍແນວທາງການເມືອງຂອງພັກເຂົ້າໃນວຽກງານທີ່ໄດ້ຮັບການມອບໝາຍໃຫ້ກວ້າງຂວາງຂື້ນ ແລະ ສ້າງສາພັດທະນາເມືອງໃຫ້ກ້າວຂື້ນໄປຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa