ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ສົມທົບກັບກອງບັນຊາການ ປກຊ ແຂວງ ເປີດຊຸດຝຶກອົບຮົມຍົກລະດັບທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ນາຍ ແລະ ພົນທະຫານກອງບັນຊາການ ແຂວງຫຼວງນໍ້າທາ

ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການເພີ່ມທະວີ ວຽກງານການເມືອງ-ແນວຄິດທິດສະດີຂອງພັກ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມ ຄັ້ງທີ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ ເຂົ້າສູ່ພຶດຕິກໍາຕົວຈິງ ແລະ ເຂົ້າສູ່ລວງເລິກຢ່າງກວ້າງຂວາງ ທົ່ວເຖິງ.

ວັນທີ 24 ມິຖຸນາ 2024 ຢູ່ທີ່ສະໂມສອນຂອງ ປກຊ ແຂວງ ໄດ້ເປີດຊຸດຝຶກອົບຮົມຍົກລະດັບທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ນາຍ ແລະ ພົນທະຫານກອງບັນຊາການ ແຂວງຫຼວງນໍ້າທາ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ພົ.ວ ອິນແກ້ວ ມະນີຈັນ ກໍາມະການປະຈໍາພັກແຂວງ, ຫົວໜ້າກອງບັນຊາການ ປກຊ ແຂວງ ແລະ ສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມ ມີຕາງໜ້າຈາກ ຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ;  ເຊິ່ງເປົ້າໝາຍສໍາມະນາກອນເຂົ້າຮ່ວມຊຸດອົບຮົມດັ່ງກ່າວແມ່ນມາຈາກ ກໍາລັງປ້ອງກັນຊາດ ແຂວງຫຼວງນໍ້າທາ ທີ່ເຮັດວຽກງານເປັນເສນາທິການໂດຍກົງໃຫ້ແກ່ຄະນະຫ້ອງ-ພະແນກທີ່ຂື້ນກັບກໍາລັງປ້ອງກັນຊາດ ແຂວງຫຼວງນໍ້າທາ ມີສໍາມະນາກອນທັງໝົດ 50 ສະຫາຍ, ຍິງ 9 ສະຫາຍ.

ພິທີດັ່ງກ່າວ ສະຫາຍ ສິງໄຊ ວັນຄຳ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົມຮົມແຂວງ ໄດ້ກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ເຊີ່ງທ່ານຮຽກຮ້ອງມາຍັງ ນັກວິທະຍາກອນ ແລະ ສໍາມະນາກອນທຸກທ່ານ ຈົ່ງພ້ອມກັນສຸມສະຕິປັນຍາ, ຄົ້ນຄວ້າ, ປຶກສາຫາລື ແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນ ທາງດ້ານຫຼັກມູນພື້ນຖານ, ດ້ານທິດສະດີໃຫ້ເລິກເຊິງ. ການຝຶກອົບຮົມຄັ້ງນີ້ແມ່ນນໍາໃຊ້ເອກະສານ ບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ, ໂດຍໃຊ້ເວລາຮຽນທັງໝົດ 5 ວັນ ລວມມີ 02 ພາກ ແລະ ມີ 14 ບົດ, ສ່ວນວິທະຍາກອນແມ່ນສົມທົບລະຫວ່າງ ຄະນະໂຄສະນາອົບຮົມແຂວງ, ໂຮງຮຽນການເມືອງ-ການປົກຄອງແຂວງ ແລະ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ.

ຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ນາຍ ແລະ ພົນມະຫານ ຜູ້ທີ່ຍັງບໍ່ທັນໄດ້ຜ່ານທິດສະດີການເມືອງ ໃຫ້ມີຄວາມຮັບຮູ້-ເຂົ້າໃຈ, ຄວາມຮູ້ພື້ນຖານກ່ຽວກັບ ລັດທິມາກ-ເລນິນ, ມູນເຊື້ອຂອງຊາດລາວ, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ເຂົ້າໃຈກ່ຽວກັບນະໂຍບາຍຂອງພັກ ໂດຍສະເພາະແມ່ນແນວທາງປ່ຽນແປງໃໝ່ ຮອບດ້ານຢ່າງມີຫຼັກການຂອງພັກ, ແນວທາງເສດຖະກິດຂອງພັກ ທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ປະເທດເຮົາ, ແນວທາງພັດທະນາເສດຖະກິດ, ຕິດພັນກັບວັດທະນະທຳ-ສັງຄົມ, ສ້າງລັດແຫ່ງກົດໝາຍ ພາຍໃຕ້ການນຳພາຂອງພັກ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ໃນການປະຕິບັດໜ້າທີ່ການເມືອງໃຫ້ຖືກຕາມແນວທາງຂອງພັກ-ລັດ, ຄຸນສົມບັດສິນທຳປະຕິວັດໃຫ້ໜັກແໜ້ນກວ່າເກົ່າ, ຍົກສູງຄວາມສາມາດ ໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກໃຫ້ຖືກຕ້ອງ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງຂະແໜງການ, ທ້ອງຖິ່ນຂອງຕົນ; ພ້ອມນັ້ນ ເພື່ອປັບປຸງແບບແຜນວິທີເຮັດວຽກ, ສາມາດຜັນຂະຫຍາຍແນວທາງການເມືອງຂອງພັກເຂົ້າໃນວຽກງານທີ່ໄດ້ຮັບການມອບໝາຍໃຫ້ກວ້າງຂວາງຂື້ນໄປເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa