ຄະນະຮັບຜິດຊອບເວບໄຊສ໌ ຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ II ຮ່ວມກັບບັນດາແຂວງທົ່ວປະເທດ.

ຕອນເຊົ້າຂອງ ວັນທີ 27 ມິຖຸນາ 2024, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ເປີດກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊສ໌) ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປະຈໍາປີ 2024 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ  ພາຍໃຕ້ການເປັນປະທານຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມ ມີ: ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ໌ ແລະ ແອັດມິ້ນບັນດາແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ໄດ້ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊສ໌) ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປະຈໍາປີ 2024 ເພື່ອແນ່ໃສ່ເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງຂອງລັດແຕ່ລະໄລຍະ ແລະ ທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ, ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່, ເວົ້າສະເພາະກໍແມ່ນພາຍຫຼັງໄດ້ຜ່ານຝຶກອົບຮົມການນຳໃຊ້ ເວັບໄຊສ໌ໃນເວີຊັນໃໝ່ຈົ່ງພ້ອມກັນປະດິດສ້າງສິ່ງໃໝ່ດ້ວຍຫຼາຍຮູບ, ຫຼາຍສີ ເພື່ອໃຫ້ຜູ້ບໍລິໂພກຂ່າວສານໄດ້ມີຄວາມດຶງດູດໜ້າອ່ານ ໜ້າສົນໃຈໃຫ້ຫຼາຍຂຶ້ນກ່ວາເກົ່າ.

ໃນວາລະກອງປະຊຸມໄດ້ຮັບຟັງການລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ ( ເວັບໄຊສ໌) ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດດ້ວຍບັນຍາກາດຟົດຟື້້ນ; ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊສ໌) ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ໂດຍສະເພາະແມ່ນການຝຶກອົບຮົມຜ່ານທາງອອນລາຍຄະນະໂຄສະນາອົບຮົມບັນດາແຂວງທົ່ວປະເທດ ເຊິ່ງເຫັນໄດ້ວ່າສາມາດຈັດຕັ້ງປະຕິບັດໄດ້ຫຼາຍກວ່າ 80% ຂຶ້ນໄປ  ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ໂຄສະນາອົບຮົມບັນດາແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກບາງບັນຫາເຊັ່ນ:

  1. ສືບຕໍ່ການຕິດຕາມກວດກາການເຄື່ອນໄຫວເທິງໜ້າເວັບໄຊສ໌ຂອງແຂວງຕົນ ໂດຍສະເພາະ ບັນດາຄໍລຳຕ່າງໆໃຫ້ມີເນື້ອໃນອຸດົມສົມບູນ, ການເຜີຍແຜ່ຂໍ້ມູນຂ່າວສານຢູ່ພາຍໃນຄະນະໂຄສະນາອົບຮົມແຂວງ ເພື່ອຖອດຖອນບົດຮຽນເຊິ່ງກັນແລະກັນ.
  2. ສ້າງການພົວພັນ ແລະ ປະສານງານຢ່າງເປັນປົກກະຕິ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງສ້າງການຫັນປ່ຽນໃຫ້ເມືອງມີການປະສານຂໍ້ມູນ ບົດຂ່າວການເຄືີ່ອນໄຫວຂອງເມືອງ ລົງໃນເວັບໄຊ ທັງເປັນການກໍ່ສ້າງພະນັກງານໃນຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ ແຂວງຕ້ອງເປັນເຈົ້າການຊ່ວຍຄະນະໂຄສະນາອົບຮົມເມືອງ ເພື່ອຂະຫຍາຍຕາໜ່າງເພື່ອນຮ່ວມງານໃຫ້ທົ່ວເຖິງ ແລະ ສະເໜີໃຫ້ບັນດາແຂວງສ້າງແບນເນີຕິດຫ້ອງປະຊຸມທາງໄກຂອງຕົນ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນເອກະພາບກັນໃນທົ່ວປະເທດໃນການອອກສື່.
  3. ການຍາດແຍ່ງເອົາການຊ່ວຍເຫຼືອ ທາງດ້ານທຶນຮອນ ແລະ ອຸປະກອນຮັບໃຊ້ຈາກຄະນະນຳຂອງແຂວງ ຕ້ອງໄດ້ຍົກໃຫ້ເພີ່ນກັນ ແລະ ຮັບຮູ້ເຂົ້າໃຈຄວາມສຳຄັນ ເປັນຕົ້ນລະບົບອິນເຕີເນັດໃນຄວາມໄວທີ່ເໝາະສົມ ໂດຍອີງໃສ່ການຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ທາງສື່ເອເລັກໂຕຣນິກ ເພື່ອອຳນວຍຄວາມສະດວກໃນຈັດຕັ້ງປະຕິບັດບັນດາວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ ກອງປະຊຸມໄດ້ປິດລົງໃນຕອນດຽວກັນດ້ວຍຜົນສໍາເລັດອັນຈົບງາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa