ກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ.

ວັນທີ 3 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ເຜີຍແຜ່ເຊື່ອມຊືມເອກະສານໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະ, ຫົວໜ້າຂະແໜງ-ຮອງຂະແໜງ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ 15 ສະຫາຍ, ຍິງ 4 ສະຫາຍ. ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ມີຄື:

  1. ດໍາລັດ ສະບັບເລກທີ 289/ລບ, ລົງວັນທີ22 ພຶດສະພາ 2024 ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ.
  2. ດໍາລັດ ສະບັບເລກທີ 283/ລບ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍພາລາກອນ.
  3. ດໍາລັດ ສະບັບເລກທີ 278/ລບ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍກອງທືນພັດທະນາໂທລະຄົມ ແລະ ການຫັນເປັນດີຈີຕ໋ອນ.
  4. ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 17/ກມສພ, ລົງວັນທີ 21 ມິຖຸນາ 2024 ວ່າດ້ວຍລະບອບກົນໄກ, ວິທີເຮັດວຽກລະຫວ່າງຜູ້ປະຈໍາການຄະນະເລຂາທິການສູນກາງພັກກັບເລຂາຄະນະພັກກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ.

ໃນໂອກາດດຽວກັນໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 670 ແລະ 671/ຈຂ, ລົງວັນທີ 21 ມິຖຸນາ 2024 ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ ແລະ ຮອງຂະແໜງພາຍໃນຄະນະໂຄສະນາອົບຮົມແຂວງ; ນອກຈາກບັນດາເອກະສານທີ່ກ່າວມາຂ້າງເທິງຍັງມີເອກະສານອີກຈໍານວນໜຶ່ງທີ່ກ່ຽວຂ້ອງ ເພື່ອນໍາມາເຊື່ອມຊືມໃຫ້ພະນັກງານຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນຕໍ່ການຊີ້ນໍາ-ນໍາພາ ແຕ່ລະໄລຍະຂອງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ເພື່ອສ້າງສາພັດທະນາປະເທດຊາດໃຫ້ດີຂື້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa