
ວັນທີ 23 ທັນວາ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຊັ້ນ 4 ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຮອບທີ V ປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂອງໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ຈັນສະໝອນ ອຸດທະລັງສີ ຫົວໜ້າໜ່ວຍສະຫະພັນແມ່ຍິງ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ນາງ ໄພສອນ ລີຍົງວ່າ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຜູ້ຊີ້ນໍາໜ່ວຍສະຫະພັນແມ່ຍິງແຂວງ, ມີຜູ້ຕາງໜ້າຈາກຮາກຖານຄະນະຈັດຕັ້ງແຂວງ, ໜ່ວຍສະຫະພັນແມ່ຍິງຄະນະກວດກາພັກ-ອົງການກວດກາລັດແຂວງ ແລະ ມີຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນພາຍໃນຄະນະໂຄສະນາອົບຮົມແຂວງ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະຂອງກອງປະຊຸມທ່ານ ນາງ ວິໄລພອນ ອິນມະນີ ຮອງຫົວໜ້າໜ່ວຍສະຫະພັນແມ່ຍິງໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຮອບທີ V ປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ເຊິ່ງໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍເອກະລາດ ພາຍໃຕ້ການຊີ້ນຳໂດຍກົງຂອງຄະນະພັກ ຄະນະໂຄສະນາອົບຮົມແຂວງ, ທັງເປັນເສນາທິການໃຫ້ແກ່ຄະນະພັກ ແລະ ສະຫະພັນແມ່ຍິງແຂວງ ມີສະມາຊິກທັງໝົດ 7 ທ່ານ ແລະ ມີບົດບາດເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ, ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ເຕົ້າໂຮມຄວາມສາມັກຄີ ປຸກລະດົມແມ່ຍິງເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກເຊື່ອມຊືມແນວທາງ, ນະໂຍບາຍ, ມະຕິຄຳສັ່ງຂອງພັກ-ລັດ ພ້ອມທັງອານຸລັກ ແລະ ສົ່ງເສີມມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງແມ່ຍິງລາວບັນດາເຜົ່າ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງ 3 ດີ ສາມາດຕີລາຄາໄດ້ດັ່ງນີ້: ພົນລະເມືອງດີ ສາມາດປະຕິບັດໄດ້ 100%; ພັດທະນາດີ ປະຕິບັດໄດ້: 98%; ສ້າງຄອບຄົວດີ ປະຕິບັດໄດ້ 98%; ແລະ ສາມາດສ້າງຄອບຄົວຕົວແບບ 3 ດີ ໄດ້ 4 ຄອບຄົວ; ໃນວາລະຂອງກອງປະຊຸມຄະນະໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງ ຍັງໄດ້ພ້ອມກັນຈັບມືແຂ່ງຂັນ 3 ດີ ເພື່ອພ້ອມກັນສືບຕໍ່ ຮັກສາມູນເຊື້ອ ແລະ ສືບຕໍ່ເຮັດຕາມທິດທາງແຜນການທີ່ວາງໄວ້ໃນປີ 2026 ໃຫ້ບັນລຸຕາມລະດັບຄາດໝາຍ
ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊີ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນ 1 ປີຜ່ານມາ ແລະ ໄດ້ເນັ້ນໜັກບາງບັນຫາດັ່ງນີ້: ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວໄວ້ໃຫ້ໝັ້ນຄົງ, ຝຶກຝົນຫຼໍ່ຫຼອນຕົນເອງໃຫ້ມີຄຸນທາດການເມືອງໃຫ້ໜັກແໜ້ນ, , ເພີ່ມທະວີໃນການຄົ້ນຄວ້າບັນດານິຕິກໍາຕ່າງໆໃນແຕ່ລະໄລຍະ, ເພີ່ມທະວີຄວາມສາມັກຄີທັງພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນ ແລະ ປັບປຸງແບບແຜນວິທີເຮັດວຽກໃຫ້ທັນກັບໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອຮັບປະກັນໃຫ້ແກ່ການເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນ.; ກອງປະຊຸມໄດ້ປິດລົງໃນຕອນດຽວກັນດ້ວຍຜົນສໍາເລັດອັນຈົບງາມ.