ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາສໍາເລັດການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ.
ໃນວັນທີ 25 – 26 ມີຖຸນາ 2019 ຜ່ານມານີ້, ຄະນະໂຄສະນາອົບຮົມສູນກາງພັກສົມທົບກັບຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ເປີດຊຸດອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມກອງ
ປະຊຸມມີທ່ານ ນ. ແສງຕານ ແກ້ວອິນດາປິງ ຫົວໜ້າກົມສັງລວມຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານມີຄະນະໂຄສະນາອົບຮົມແຂວງ, ມີນັກສໍາມະນາກອນມາຈາກພະແນກການອ້ອມຂ້າງແຂວງ, ສອງກອງບັນຊາການ ປກຊ, ປກສ ແລະ ໂຄສະນາອົບຮົມ 5 ເມືອງເຂົ້າຮ່ວມທັງໝົດ 69 ກ່ວາທ່ານ, ຍິງ 25 ທ່ານ. ເຊີ່ງພິທີດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການໃນເວລາ 8 ໂມງ 30 ນາຂອງວັນທີ 25 ມີຖຸນາ 2019.ການຝຶກອົບຮົມຄັ້ງນີ້ນັກສໍາມະນາກອນໄດ້ຮັບຟັງ ຄໍາສັ່ງເລກທີ 04/ຄລສພ, ລົງວັນທີ 10 ກໍລະກົດ 2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ - ຫາງສຽງສັງຄົມ ໃນໄລຍະໃໝ່; ຄໍາແນະນໍາເລກທີ 08/ຄອສພ, ລົງວັນທີ 31 ກໍລະກົດ 2017 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 04/ຄລສພ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ - ຫາງສຽງສັງຄົມ ໃນໄລຍະໃໝ່ ແລະ ໄດ້ຮັບຟັງການບັນລະຍາຍວຽກງານສັງລວມ-ຫາງສຽງສັງຄົມມີ 4 ບົດຄື: ບົດທີ 1 ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ, ບົດທີ 2 ວິທີການເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ - ແນວຄິດ, ບົດທີ 3 ຕາໜ່າງເພືອນຮ່ວມງານ ແລະ ບົດທີ 4 ວຽກງານຄົ້ນຄ້ວາສັງລວມ.ການຝຶກອົບຮົມຄັ້ງນີ້ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແຜນດໍາເນີນງານຂອງວຽກງານໂຄສະນາອົບຮົມເຂົ້າສູ່ຊີວິດຕົວຈິງ ແລະ ຝຶກອົບຮົມເປົ້າໝາຍຕ່າງໆ. ເວົ້າລວມເວົ້າສະເພາະແມ່ນພະນັກງານຜູ້ທີ່ເຮັດວຽກງານເກັບກໍາສະພາບແນວຄິດ - ຫາງສຽງສັງຄົມໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານສັງລວມຫາງສຽງສັງຄົມ, ບົ້ນພື້ນຖານຄວາມຮັບຮູ້ດັ່ງກ່າວເຮັດໃຫ້ພະນັກງານທີ່ເຮັດວຽກງານເກັບກໍາສະພາບແນວຄິດ - ຫາງສຽງສັງຄົມເສີມຂະຫຍາຍຄວາມຮູ້, ຄວາມສາມາດ ແລະ ປະສົບການໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນ ແລະ ສາມາດປະເມີນຄວາມຮັບຮູ້, ຄວາມເຂົ້າໃຈຂອງນັກສໍາມະນາກອນຈາກແບບພອມປະເມີນໄດ້ 95%.
ໃນຕອນທ້າຍການຝຶກອົບຮົມ ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງແຂວງຫຼວງນໍ້າທາ. ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ ແລະ ໂອ້ລົມເຊີງທ່ານໄດ້ເໜັ້ນໜັກເຖີງຄວາມໝາຍສໍາຄັນຂອງວຽກງານດັ່ງກ່າວ ແລະ ຮຽກຮ້ອງໃຫ້ບັນດານັກສໍາມະນາກອນທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ ເພື່ອສືບຕໍ່ນໍາເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນມາໄປນໍາໃຊ້ເຂົ້າໃນວຽກງານຕົວຈິງ. ການຝຶກອົບຮົມຄັ້ງນີ້ໄດ້ດໍາເນີນມາເປັນເວລາ 2 ວັນເຕັ້ມ ແລະ ໄດ້ປິດລົງຢ່າງເປັນທາງການໃນເວລາ 16 ໂມງ 30 ຂອງວັນທີ 26 ມີຖຸນາ 2019.
![]() | ມື້ນີ້ | 164 |
![]() | ມື້ວານນີ້ | 186 |
![]() | ອາທິດນີ້ | 1184 |
![]() | ເດືອນນີ້ | 685 |
![]() | ທັງໝົດ | 250477 |
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌