ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາເປີດຊຸດອົບຮົມສະມາຊິກພັກໃໝ່
(ສະມາຊິກພັກສໍາຮອງ).
ອີງຕາມກົດລະບຽບຂອງພັກສະໄໝທີ XI ແລະ ອີງຕາມ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 15/2/2016 ວ່າດ້ວຍການຈັດຕັ້ງເຊື່ອມຊືມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນຕອນເຊົ້າຂອງ ວັນທີ 3 ພະຈິກ 2023
ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດອົບຮົມສະມາຊິກພັກໃໝ່ (ສະມາຊິກພັກສໍາຮອງ ) ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຊັ້ນ IV ເຊີ່ງເປັນກຽດກ່າວເປີດຊຸດອົບຮົມ ແລະບັນຍາຍເອກະສານແນວທາງຂອງພັກ, ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ ໂດຍສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຊິ່ງມີສະມາຊິກພັກໃໝ່ ທີ່ມາຈາກໜ່ວຍພັກພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ, ໜ່ວຍພັກພະແນກຍຸຕິທຳແຂວງ, ໜ່ວຍພັກອົງການກາແດງແຂວງ ມີຜູ້ເຂົ້າຮຽນທັງໝົດ 3 ສະຫາຍ, ຍິງ 0 ສະຫາຍ.ການເປີດຊຸດອົບຮົມໃນຄັ້ງນີ້ແມ່ນ ເພື່ອເຮັດໃຫ້ສະມາຊິກພັກໃໝ່ ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ເປັນການປັບປຸງຍົກລະດັບຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ວຽກງານກໍ່ສ້າງພັກ, ປັບປຸງພັກ ແລະ ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງພະນັກງານ, ສະມາຊິກພັກ ເຮັດໃຫ້ມີຄວາມຕັ້ງໜ້າໃນນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເລື່ອນຂື້ນເປັນສະມາຊິກພັກສົມບຸນ ພ້ອມທັງຮັບປະກັນໃນການປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນດີ; ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີໂດຍ ສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຊຸດຝຶກອົບຮົມໄດ້ປິດລົງໃນວັນດຽວກັນ.
![]() | ມື້ນີ້ | 37 |
![]() | ມື້ວານນີ້ | 167 |
![]() | ອາທິດນີ້ | 157 |
![]() | ເດືອນນີ້ | 1210 |
![]() | ທັງໝົດ | 290959 |
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌