ຕອນບ່າຍຂອງວັນທີ 9 ພະຈິກ 2023 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມໃຫຍ່ ຂອງໜ່ວຍຮາກຖານຊາວໜຸ່ມ 3 ອົງການພັກ ຄັ້ງທີ I
ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງສະຫາຍ ຕຸ້ຍ ໄຊເມັດງາ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາໜ່ວຍຊາວໜຸ່ມຄະນະຈັດຕັ້ງແຂວງ ເປັນກຽດເຂົ້າຮ່ວມຂອງສະຫາຍສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ນາງ ປານີ ຈິດດາລາ ກຳມະການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງຫຼວງນໍ້າທາ, ມີຕາງໜ້າໜ່ວຍຊາວໜຸ່ມອ້ອມຂ້າງແຂວງ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມຢ່າງພ້ອມພຽງ.ໃນວາລະກອງປະຊຸຸມ ສະຫາຍ ຕຸ້ຍ ໄຊເມັດງາ ເລຂາໜ່ວຍຊາວໜຸ່ມ ໄດ້ຜ່ານຮ່າງບົດລາຍງານການເມືອງ ໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ, ເຊິ່ງໄດ້ຍົກໃຫ້ເຫັນ ໜ່ວຍຮາກຖານຊາວໜຸ່ມ 3 ອົງການຈັດຕັ້ງພັກ ມີຄະນະໜ່ວຍ 5 ສະຫາຍ; ຍິງ 2 ສະຫາຍ ມີສະມາຊິກຊາວໜຸ່ມ ທັງໝົດ 23 ສະຫາຍ; ຍິງ 11 ສະຫາຍ, ເປັນສະມາຊິກພັກສົມບຸນ 16 ສະຫາຍ; ຍິງ 6 ສະຫາຍ, ເປັນສະມາຊິກພັກສໍາຮອງ 1 ສະຫາຍ; ຍິງ 1 ສະຫາຍ, ເປັນສະມາຊິກກໍາມະບານ 23 ສະຫາຍ, ຍິງ 11 ສະຫາຍ, ສະມາຊິກສະຫະພັນແມ່ຍິງ 11 ສະຫາຍ ໃນໄລຍະ 5 ປີຜ່ານມາໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບໄດ້ເປັນຢ່າງດີ ເປັນຕົ້ນແມ່ນ ສຸມໃສ່ການແຂ່ງຂັນສ້າງຜົນງານໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ໜ່ວຍ ຮາກຖານຊາວໜຸ່ມ 3 ອົງການຈັດຕັ້ງພັກ ໄດ້ຮັບຮອງເປັນໜ່ວຍ 4 ບຸກ ແລະ ຮັບທຸງໄຊນໍາໜ້າ 4 ບຸກ, ໄດ້ຮັບໃບຢັ້ງຢືນໜ່ວຍຊາວໜຸ່ມ 4 ບຸກ ຈໍານວນ 12 ໃບ, ໄດ້ຮັບຫຼຽນກາ 1 ຫຼຽນ, ໄດ້ຮັບໃບຍ້ອງຍໍ 5 ປີ ຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວແຂວງ ຈໍານວນ 21 ສະຫາຍ; ຍິງ 10 ສະຫາຍ ແລະ ຮັບໃບຍ້ອງຍໍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວແຂວງ ຈໍານວນ 44 ສະຫາຍ; ຍິງ 10 ສະຫາຍ. ນອກນັ້ນກໍ່ໄດ້ໃຊ້ເວລານອກໂມງລັດຖະການສ້າງເສດຖະກິດຄອບຄົວ ເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນເຊັ່ນ: ເຮັດນາປູກເຂົ້າ, ປູກຢາງພາລາ, ລ້ຽງສັດ ແລະ ປູກພືດລົ້ມລຸກ, ສ້າງລາຍຮັບສະເລ່ຍ 30.000.000 ກີບຕໍ່ປີ, ຈາກນັ້ນແຂກ ແລະ ຜູ້ແທນກອງປະຊຸມກໍ່ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານການເມືອງຢ່າງກົງໄປກົງມາ ແລະ ໄດ້ຮັບຮອງເອົາຮ່າງບົດລາຍງານການເມືອງ ກອງປະຊຸມດັ່ງກ່າວຍັງໄດ້ ມອບ - ຮັບໃບຍ້ອງຍໍຜົນງານ 05 ປີ ໃຫ້ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ເພື່ອເປັນການຊົມເຊີຍຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ໂດຍໃຫ້ກຽດມອບຂອງ ສະຫາຍ ນາງ ປານີ ຈິດດາລາ ກຳມະການສູນກາງປະຊາຊົນ ປະຕິວັດລາວ, ເລຂາ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວແຂວງຫຼວງນໍ້າທາ, ຈາກນັ້ນ ຄະນະຊຸດເກົ່າໄດ້ຜ່ານບົດສໍາຫຼວດການນໍາພາລວມ ພ້ອມທັງລາໜ້າທີ່.ເພື່ອສືບຕໍ່ເຮັດໃຫ້ ໜ່ວຍຊາວໜຸ່ມຮາກຖານ 3 ອົງການຈັດຕັ້ງພັກ ມີຜົນງານດີເດັ່ນໃນຕໍ່ໜ້າ, ກອງປະຊຸມໄດ້ຮັບຟັງສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ, ກໍ່ໄດ້ເນັັ້ນໜັກໃຫ້ສະມາຊິກຊາວໜຸ່ມ ເອົາໃຈໃສ່ຄັດເລືອກເອົາ ຜູ້ທີ່ມີຄວາມຫ້າວຫັນ, ມີຄວາມສາມາດຊີ້ນຳໆພາ ສະມາຊິກພາຍໃນໜ່ວຍຂອງຕົນເຮັດສຳເລັດຕາມແຜນການທີ່ວາງໄວ້, ໂດຍສະເພາະໃຫ້ຄັດເລືອກຕາມມາດຖານເງື່ອນໄຂທີ່ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວາງໄວ້.ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ເຊິ່ງມີຜູ້ສະໝັກ 05 ສະຫາຍ, ຍິງ 04 ສະຫາຍ, ຄັດເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ກອງປະຊຸມຄັ້ງປະຖົມມາລືກໄດ້ເອກະສັນຮັບຮອງເອົາ ສະຫາຍ ນາງ ບົວທຽມ ກາລິຄໍາ ເປັນເລຂາໜ່ວຍ, ສະຫາຍ ຄໍາສຸກ ສິດທິພົງ ເປັນຮອງເລຂາ ພ້ອມທັງເປັນປະທານກວດກາ, ສະຫາຍ ນາງ ຈັນສະໝອນ ອຸດທະລັງສີ ເປັນຄະນະ; ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ນາງ ປານີ ຈິດດາລາ ກຳມະການສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງຫຼວງນໍ້າທາ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະ 5 ປີຜ່ານມາພ້ອມທັງຊີ້ທິດເຍືອງທາງ ແລະ ໜັກແໜ້ນໃຫ້ຄະນະຊຸດໃໝ່ ພ້ອມດ້ວຍສະມາຊິກຊາວໜຸ່ມທຸກສະຫາຍຈົ່ງສືບຕໍ່ແກ້ໄຂປັບປຸງບັນຫາທີ່ຍັງຄົງຄ້າງ, ສືບຕໍ່ຊີ້ນໍາໆພາ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຂອງຂັ້ນເທິງ, ຂັ້ນຂອງຕົນໃຫ້ສຳເລັດຕາມລະດັບຄາດໝາຍ, ເອົາໃຈໃສ່ຍົກສູງຄວາມສາມັກຄີພາຍໃນ ແລະ ພາຍນອກ, ເປັນເຈົ້າການຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດ, ຕັ້ງໜ້າເຮັດໃຫ້ໜ່ວຍຮາກຖານຊາວໜຸ່ມ ສາມາດບັນລຸຕາມມາດຖານຂໍ້ແຂ່ງຂັນ 4 ບຸກ ໃຫ້ດີຂື້ນເປັນກ້າວໆ.
![]() | ມື້ນີ້ | 36 |
![]() | ມື້ວານນີ້ | 167 |
![]() | ອາທິດນີ້ | 156 |
![]() | ເດືອນນີ້ | 1209 |
![]() | ທັງໝົດ | 290958 |
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌