ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ປີດຊຸດຝຶກອົບຮົມຍົກລະດັບທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນໃນທົ່ວແຂວງ
ພາຍຫຼັງທີ່ໄດ້ຝຶກອົບຮົມຍົກລະດັບທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນໃນທົ່ວແຂວງ 8 ພາກສ່ວນຢູ່ພາຍໃນຕຶກຫ້ອງວ່າການແຂວງຫຼວງນໍ້າທາ ເຊິ່ງດໍາເນີນມາເປັນເວລາ 4 ວັນ.
ຕອນແລງຂອງວັນທີ 26 ຕຸລາ 2023 ຢູ່ທີ່ຫ້ອງຮຽນຂອງຄະນະໂຄສະນາອົບຮົມແຂວງ ຊັ້ນ 4 ຕຶກຫ້ອງວ່າການແຂວງຫຼວງນໍ້າທາ ໄດ້ປິດຊຸດຝຶກອົບຮົມຍົກລະດັບທິດສະດີ-ແນວທາງການເມືອງຂອງພັກ ຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມທັງໝົດ 30 ສະຫາຍ, ຍິງ 14 ສະຫາຍ. ພິທີດັ່ງກ່າວໄດ້ແກ້ໄຂຂໍ້ຂ້ອງໃຈລະຫວ່າງວິທະຍາກອນ ແລະ ສໍາມະນາກອນ ເພື່ອໃຫ້ບັນດາສໍາມະນາກອນເຂົ້າໃຈ ແລະ ກໍາໄດ້ເນື້ອໃນຕົ້ນຕໍທີ່ສໍາຄັນ, ຊຸດຝືກອົບຮົມ ຄັ້ງນີ້ ມີ 14 ບົດ ແບ່ງເປັນ 2 ພາກ ເທົ່າກັບ 31 ຊົ່ວໂມງ ແລະ ສາມາດປະເມີນຄວາມຮັບຮູ້ຂອງສໍາມະນາກອນໄດ້ 85 ພິທີດັ່ງກ່າວທ່ານ ສິງໄຊ ວັນຄໍາ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ, ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ສໍາມະນາກອນທີ່ສໍາເລັດຊຸດຝືກອົບຮົມ ແລະ ໃຫ້ກຽດໂອ້ລົມ ເຊີ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍ ຕໍ່ວິທະຍາກອນ ແລະ ສໍາມະນາກອນທີ່ໄດ້ສຸມສະຕິປັນຍາ ເອົາໃຈໃສ່ໃນການຝືກອົບຮົມຢ່າງຕັ້ງໜ້າ ເຖີງວ່າເວລາຈັດຊຸດຝືກອົບຮົມຈະໃຊ້ເວລາສັ້ນ ແຕ່ກໍ່ເປັນການສ້າງໃຫ້ສໍາມະນາກອນທີ່ຜ່ານການຝຶກອົບຮົມໄດ້ມີຄວາມຮັບຮູ້ຢ່າງຖືກຕ້ອງ, ເລິກເຊິ່ງກ່ຽວກັບຫຼັກມູນທິດສະດີ ມາກ-ເລນິນ, ທັດສະນະຂອງພັກ, ການຍົກສູງທິດສະດີການເມືອງ ແລະ ການປົກຄອງ, ການຄຸ້ມຄອງລັດ - ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍຂອງລັດແຕ່ລະໄລຍະ ແລະ ເຊື້່ອໜັ້ນວ່າບັນດາສໍາມະນາກອນວ່າຈະນໍາເອົາບົດຮຽນດັ່ງກ່າວໄປໜູນໃຊ້ເຂົ້າໃນການຈັດຕັ້ງະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງປະດິດສ້າງ ແລະ ແທດເໜາະຕົວຈິງໃຫ້ໄດ້ຮັບຜົນດີກວ່າເກົ່າ.
![]() | ມື້ນີ້ | 33 |
![]() | ມື້ວານນີ້ | 167 |
![]() | ອາທິດນີ້ | 153 |
![]() | ເດືອນນີ້ | 1206 |
![]() | ທັງໝົດ | 290955 |
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌