ຄະນະໂຄສະນາອົບຮົມແຂວງ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022
ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນເປັນວຽກງານໜຶ່ງ ທີ່ມີບົດບາດຄວາມໝາຍຄວາມສໍາຄັນຂອງພັກ ແລະ ທັງເປັນການຢັ້ງຢືນໃຫ້ເຫັນເຖິງການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງບັນດາສະຫາຍຄະນະພັກ
ພ້ອມດ້ວຍສະມາຊິກພັກທຸກສະຫາຍ ທີ່ໄດ້ເອົາໃຈໃສ່ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຕອນເຊົ້າຂອງວັນທີ 20 ຕຸລາ 2023 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົບແຂວງ ຊັ້ນ 4 ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນ ຄັ້ງທີ V ຮອບທີ I ປະຈໍາປີ 2022, ໂດຍການເຂົ້າຮ່ວມຂອງສະຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດພັກ-ພະນັກງານ, ມີສະຫາຍຜູ້ຕາງໜ້າຈາກອົງການຈັດຕັ້ງພັກ ແລະ ສະຫາຍຕາງໜ້າໜ່ວຍພັກອ້ອມຂ້າງແຂວງ, ມີເລຂາໜ່ວຍພັກ-ຮອງເລຂາໜ່ວຍພັກ, ຕະຫຼອດຮອດສະມາຊິກພັກພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.ພິທີດັ່ງກ່າວ ສະຫາຍ ບຸນສາງ ອິນມະນີ ຮອງເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດລາຍງານຫຍໍ້ການກໍ່ສ້ງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ V ຮອບທີ I ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ເຊິ່ງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍພັກເອກະລາດ ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງຄະນະປະຈໍາພັກແຂວງ, ມີພາລະບົດບາດເປັນເສນາທິການທາງດ້ານການເມືອງ-ແນວຄິດໃຫ້ແກ່ຄະນະປະຈໍາພັກແຂວງ ແລະ ການຊີ້ນໍາໂດຍກົງ ດ້ານວິຊາສະເພາະຂອງຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກສົມບູນທັງໝົດ 20 ສະຫາຍ, ຍິງ 5 ສະຫາຍ. ໄລຍະຜ່ານມາ ຄະນະໜ່ວຍພັກ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ບັນດານິຕິກໍາຂອງພັກ, ຂອງຊາດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້, ເຂົ້າໃຈບັນດາແນວທາງຂອງພັກ, ກົດໝາຍຂອງລັດ, ມະຕິ, ຄຳສັ່ງຕ່າງໆ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ 2 ວາລະແຫ່ງຊາດ, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ມາເຜີຍແຜ່, ເຊື່ອມຊຶມໃຫ້ພະນັກງານ, ສະມາຊິກພັກ ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ, ຮູ້ຈຳແນກມິດ-ສັດຕູໄດ້ຢ່າງຈະແຈ້ງ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.
ຈາກນັ້ນ ສະຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດພັກ-ພະນັກງານ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນ ຄັ້ງທີ V ຮອບທີ I ປະຈໍາປີ 2022 ຕາງໜ້າໜ່ວຍພັກຂື້ນຮັບຂອງສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ ເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ ແລະ ເປັນໃຫ້ກຽດໂອ້ລົມຕໍ່ພິທີຂອງ ສະຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດພັກ-ພະນັກງານ ເຊິ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ທາງຄະນະໜ່ວຍພັກ, ສະມາຊິກພັກ ທຸກສະຫາຍ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ, ຫົວຄິດປະດິດສ້າງ ເຂົ້າໃນການຊີ້ນໍາ-ນໍາພາ ວຽກງານວິຊາສະເພາະຮອບດ້ານ ເວົ້າລວມ, ເວົ້າສະເພາະແມ່ນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນ ປະຈໍາປີ 2022 ແລະ ຍັງຊີ້ທິດເຍືອງທາງໃຫ້ແກ່ຄະນະໜ່ວຍພັກສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຖືເປັນວຽກງານກົກ, ເປັນວຽກຍຸດທະສາດທີ່ສໍາຄັນຂອງພັກ, ໃຫ້ຖືເປັນວຽກແຖວໜ້າ ແລະ ສອດຫ້ອຍເຂົ້າທຸກຂົງເຂດວຽກງານພັກ-ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ທຸກສະຫາຍ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ເພີ່ມຄວາມສາມັກຄີທັງພາຍໃນ ແລະ ນາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ເອົາໃຈໃສ່ເກັບກໍາສະພາບແນວຄິດຫາງສຽງສັງຄົມໃນແຕ່ລະໄລຍະ ລາຍງານໃຫ້ຄະນະພັກຂັ້ນເທິງໃຫ້ທັນກັບເວລາ, ເອົາໃຈໃສ່ວຽກງານກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງສືບຕໍ່ຮັກສາມູນເຊື້ອຢ່າງຕໍ່ເນື່ອງ ແລະ ຍືນຍົງຄົງຕົວຕະຫຼອດໄປ ຕອນທ້າຍຂອງພິທີ ສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ ເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງຕາງໜ້າຂື້ນຮັບຄໍາໂອວາດຈາກຄະນະພັກຂັ້ນເທິງ; ພິທີດັ່ງກ່າວໄດ້ປິດລົງໃນຕອນກຽວກັນ.
![]() | ມື້ນີ້ | 41 |
![]() | ມື້ວານນີ້ | 167 |
![]() | ອາທິດນີ້ | 161 |
![]() | ເດືອນນີ້ | 1214 |
![]() | ທັງໝົດ | 290963 |
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌