ຄະນະຮັບຜິດຊອບຂັ້ນແຂວງລົງສົມທົບຄະນະຮັບຜິດຊອບຂັ້ນເມືອງໆສິງ ແລະ ເມືອງລອງ ລົງເຊື່ອມຊຶມວິທີຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023.
ໃນວັນທີ 3-4 ມີນາ 2022 ຢູ່ທີ່ສະໂມສອນຂອງເມືອງສິງ ແລະ ເມືອງລອງ, ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມເຊື່ອມຊຶມວິທີຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ
ແລະ ແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົມມະສຸກ ວິໄລກຸນ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງໆຫຼວງນໍ້າທາ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ປອ ຈັນພິພັກ ກອງຈໍາປາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສິງ, ທ່ານ ເພັດສະຫວັນ ຈິດດາລາ ຮອງເລຂາພັກເມືອງໆລອງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ພະນັກງານ, ມີກຳມະການປະຈໍາພັກເມືອງ, ຄະນະຮັບຜິດຊອບຂັ້ນແຂວງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງ, 2ກອງບັນຊາການ ປກຊ-ປກສ ແລະ ເລຂາ-ຮອງເລຂາຄະນະພັກຮາກຖານກຸ່ມບ້ານເຂົ້າຮ່ວມຮັບຟັງທັງໝົດ 133 ສະຫາຍ,ຍິງ 22 ສະຫາຍ.ການເຊື່ອມຊືມໃນຄັ້ງນີ້ຍັງໄດ້ຮັບຟັງການການລາຍງານສະພາບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ຜ່ານແຜນການຍຸດທະສາດການເຄື່ອນໄຫວວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດເຫັນໃສ່ບົດລາຍງານ ເພື່ອເຮັດໃຫ້ບົດລາຍງານຄົບຖ້ວນ ແລະ ສົມບຸນຂື້ນ ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນດີ.
ເຊີ່ງໃນຕອນທ້າຍທ່ານ ພົມມະສຸກ ວິໄລກຸນ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງໆຫຼວງນໍ້າທາ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານຂອງແຕ່ລະສະຫາຍ ພ້ອມທັງໃຫ້ທິດຊີ້ນໍາ ແລະ ຮຽກຮ້ອງມາຍັງພະນັກງານທຸກສະຫາຍຈົ່ງສືບຕໍ່ປະຕິບັດວຽກງານທີ່ຂັ້ນເທິງມອບໜາຍໃຫ້ສໍາເລັດຜົນຕາມເປົ້າໝາຍ.
![]() | ມື້ນີ້ | 153 |
![]() | ມື້ວານນີ້ | 222 |
![]() | ອາທິດນີ້ | 515 |
![]() | ເດືອນນີ້ | 4114 |
![]() | ທັງໝົດ | 241801 |
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌