ສະຫາຍ ເລຂາພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ ແລະ ຄະນະໂຄສະນາອົບຮົມແຂວງ ຕ້ອນຮັບ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
ໃນລະຫວ່າງວັນທີ 19-20 ກຸມພາ 2022 ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກນໍາຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ
ໂດຍໃຫ້ກຽດຕ້ອນຮັບທີ່ອົບອຸ່ນຂອງ ສະຫາຍ ເລຂາພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ ແລະ ໃນຕອນບ່າຍຂອງວັນທີ 19 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ IV ຂອງ ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ຈັດພິທີຕ້ອນຮັບ ແລະ ຖອດຖອນບົດຮຽນ ຮ່ວມກັນ ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກແລະ ເປັນກຽດເຂົ້າຮ່ວມ ຂອງສະຫາຍ ພົມມະສຸກ ວິໄລກຸນ ກຳມະການປະຈໍາພັກແຂວງ, ຮອງເຈົ້າແຂວງໆຫຼວງນໍ້າທາ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ, ເມືອງຫຼວງນໍ້າທາເຂົ້າຮ່ວມທັງໝົດ 48 ສະຫາຍ, ຍິງ 13 ສະຫາຍ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ບຸນມາ ພັນດາວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນລາຍງານໂດຍຫຍໍ້ຂອງສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 2 ປີຜ່ານມາ ( 2020-2021) ໂດຍຍົກໃຫ້ເຫັນເຖິງຜົນງານທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງກໍານົດທິດທາງໃນຊຸມປີຕໍ່ໜ້າ ຈາກນັ້ນຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນທາງດ້ານວິຊາການ ລະຫວ່າງສູນກາງ, ແຂວງ ແລະ ເມືອງດ້ວຍບັນຍາກາດຟົດຟື້ນ ເພື່ອຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາທີ່ມີຄວາມຫຍຸ້ງຍາກ ແລະ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຍັງໄດ້ເນັ້ນ 7 ບັນຫາໃນວຽກງານຈຸດສຸມໃນຕໍ່ໜ້າດັ່ງນີ້:
1. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈຂອງກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2021 ໃຫ້ສ້າງເປັນແຜນການ-ແຜນງານ ເພື່ອເປັນບ່ອນອີງໃນການປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດ ຂອງຄະນະໂຄສະນາອົບຮົມແຂວງ.
2. ເພີ່ມທະວີການນໍາພາຂອງຄະນະພັກແຕ່ລະຂັ້ນຕໍ່ວຽກງານໂຄສະນາອົບຮົມ.
3. ປ່ຽນແປງໃໝ່ວຽກງານໂຄສະນາອົບຮົມ ນັບທັງເນື້ອໃນ, ຮູບການ ແລະ ວິທີການໃຫ້ແທດເໝາະ ແລະ ຫຼາຍຮູບຫຼາຍສີ.
4. ຍົກສູງຄວາມຮູ້ຄວາມສາມາດຂອງຜູ້ທີ່ເຮັດວຽກງານແນວຄິດ- ທິດສະດີ ໂດຍສະເພາະແມ່ນຄະນະພັກແຕ່ລະຂັ້ນ ເພື່ອກໍາແໜ້ນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ແລະ ແນວຄິດໄກສອນ ພົມວິຫານ.
5. ປະກອບເຄື່ອງມື, ພາຫະນະຮັບໃຊ້ ແລະ ປະຕິບັດນະໂຍບາຍໃຫ້ແທດເໝາະກັບວຽກງານຢ່າງເໝາະສົມ.
6. ເອົາໃຈໃສ່ວຽກງານແນວຄິດ ທົ່ວແຂວງ; ໃນນີ້ໃຫ້ຕີລາຄາພາວະວິໃສຕໍ່ກັບການເຊື່ອມຖອຍຄຸນທາດການເມືອງຂອງພະນັກງານ-ສະມາຊິກພັກ ແລະ ປະຊາຊົນ ເພື່ອເປັນຂໍ້ມູນໃຫ້ແກ່ການກະກຽມເນື້ອໃນ ກອງປະຊຸມວຽກງານການເມືອງແນວຄິດ ທົ່ວປະເທດ ຄັ້ງທີ V.
7. ສຸມໃສ່ຈັດຕັ້ງໂຄສະນາ ແລະ ສ້າງກິດຈະກໍາຕ່າງໆໃຫ້ແກ່ການສະເຫີມສະຫຼອງປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ ໃຫ້ເປັນຂະບວນຟົດຟື້ນ, ມີຄວາມໝາຍອັນເລິກເຊີ່ງ.
ໃນຕອນທ້າຍຂອງພິທີ ສະຫາຍ ບຸນມາ ພັນດາວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ຂື້ນຮັບຄໍາຊີ້ທິດເຍືອງທາງຂອງສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມທັງປະຕິຍານວ່າຈະສືບຕໍ່ຈັດຕັ້ງປະຕິບັດວຽກງານໃຫ້ປະກົດຜົນເປັນຈິງ; ຈາກນັ້ນ ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ ມອບເງິນ 3,000,000 ກີບ ແລະ ຄອມພີວເຕີ 1 ເຄື່ອງໃຫ້ແກ່ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາຕື່ມອີກ.
![]() | ມື້ນີ້ | 169 |
![]() | ມື້ວານນີ້ | 222 |
![]() | ອາທິດນີ້ | 531 |
![]() | ເດືອນນີ້ | 4130 |
![]() | ທັງໝົດ | 241817 |
ມີ 16 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌