ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ມອບຄອມພີວເຕີໃຫ້ແກ່ຄະນະຮັບຜິດຊອບວຽກງານຂ່າວສານຂອງ ຄອຂ.
ໃນຕອນແລງຂອງວັນທີ 22 ກຸມພາ 2022 ຄະນະໂຄສະນາອົບຮົມແຂວງໄດ້ມອບຄອມພີວເຕີ ຈໍານວນ 1 ເຄື່ອງໃຫ້ແກ່ຄະນະຮັບຜິດຊອບວຽກງານຂ່າວສານຂອງ ຄອຂ
ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສິງແກ້ວ ແສນປັນຍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊີ່ງມອບໂດຍ ທ່ານ ຄໍາຫຼ້າ ຈັນທະວິໄລ ຫົວໜ້າຂະແໜງບໍລິຫານຫ້ອງການ, ຮັບໂດຍທ່ານ ກົງລາ ຖ່າຍຄໍາໂປນ ຫົວໜ້າຂະແໜງຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ແລະ ມີພະນັກງານຫ້ອງການເຂົ້າຮ່ວມຢ່າງພ້ອມພຽງ.ໃນການມອບຄອມພີວເຕີໃຫ້ໃນຄັ້ງນີ້ແມ່ນເພື່ອໝູນໃຊ້ເຂົ້າໃນວຽກງານຂ່າວສານໃຫ້ທ່ວງທັນກັບເວລາ ແລະ ໃຫ້ເກີດດອກອອກຜົນໃນວຽກງານໄລຍະໃໝ່
![]() | ມື້ນີ້ | 150 |
![]() | ມື້ວານນີ້ | 222 |
![]() | ອາທິດນີ້ | 512 |
![]() | ເດືອນນີ້ | 4111 |
![]() | ທັງໝົດ | 241798 |
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌