ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກໃຫ້ແກ່ພະແນກການອ້ອມຂ້າງແຂວງ.
ໃນຕອນເຊົ້າຂອງວັນທີ 23 ກຸມພາ 2022 ຄະນະໂຄສະນາອົບຮົມແຂວງໄດ້ເປີດຮຽນສະໜັບສະໜູນໃຫ່ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຕາມການສະເໜີຂອງບັນດາພະແນກການອ້ອມຂ້າງແຂວງ ຢູ່ທີ່ຫ້ອງປະຊຸມ ຊັ້ນ 4 ຂອງຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ
ຂອງສະຫາຍ ສິງແກ້ວ ແສນປັນຍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນການເປີດຮຽນໃນຄັ້ງນີ້ແມ່ນໄດ້ອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ເຊີ່ງປະກອບມີ 13 ຄໍາຖາມ ແລະ 13 ຄໍາຕອບ ກ່ຽວກັບພັກປະຊາຊົນປະຕິວັດລາວ ເຊີ່ງມີຜູ້ເຂົ້າຮຽນທັງໝົດ 14 ສະຫາຍ, ຍິງ 10 ສະຫາຍ ທີ່ມາຈາກ 3 ພາກສ່ວນ; ການຮຽນໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ມີຄວາມຕື່ນຕົວ, ບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍໃຫ້ ແລະ ຝຶກຝົນຫຼໍ່ຫອມຕົນເອງໃຫ້ຄົບຕາມມາດຖານເງື່ອນໄຂ ເພື່ອເລື່ອນຈາກມະຫາຊົນຜູ້ທີ່ມີຄວາມກ້າວໜ້າໃຫ້ເປັນສະມາຊິກພັກສໍາຮອງ ແລະ ໄດ້ດໍາເນີນເປັນເວລາ 1 ຕອນ.
![]() | ມື້ນີ້ | 150 |
![]() | ມື້ວານນີ້ | 222 |
![]() | ອາທິດນີ້ | 512 |
![]() | ເດືອນນີ້ | 4111 |
![]() | ທັງໝົດ | 241798 |
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌