ເມືອງນາແລ ໄດ້ຈັດພິທີປາຖະກາຖາ ປີສາມັກຄີ ມິດຕະພາບລາວ - ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ - ການຮ່ວມມື ລາວ - ຫວຽດນາມ ຄົບຮອບ 45 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 60 ປີ ແລະ ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ
ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2022 ທີ່ຜ່ານມາ ຢູ່ທີ່ສະໂມສອນຂອງເມືອງນາແລ
ໄດ້ຈັດພິທີປາຖະກາຖາ ປີສາມັກຄີ ມິດຕະພາບລາວ - ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ - ການຮ່ວມມື ລາວ - ຫວຽດນາມ ຄົບຮອບ 45 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 60 ປີ ແລະ ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນປີ ໄລປະເສີດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ນາແລ, ມີບັນດາສະຫາຍຄະນະປະຈຳ, ຄະນະພັກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ນາຍແລະພົນທະຫານ, ນາຍແລະພົນຕຳຫຼວດ ຕະຫຼອດຮອດພະນັກງານ - ລັດຖະກອນພາຍໃນຂະແໜງການອ້ອມຂ້າງເມືອງ ແລະ ຊາວຫວຽດນາມທີ່ດຳລົງຊີວິດຢູ່ພາຍໃນເມືອງນາແລເຂົ້າຮ່ວມ.
![]() | ມື້ນີ້ | 84 |
![]() | ມື້ວານນີ້ | 175 |
![]() | ອາທິດນີ້ | 1026 |
![]() | ເດືອນນີ້ | 1937 |
![]() | ທັງໝົດ | 192042 |
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌