- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນຈັນ, 01 ສິງຫາ 2022 05:55
-
ຂຽນໂດຍ ຄະນະໂຄສະນາອົບຮົມເມືອງລອງ






ພິທີ ປາຖະກະຖາ ປີສາມັກຄີ ມິດຕະພາບລາວ-ຫວຽດນາມ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ( 18 ກໍລະກົດ 1977 ຫາ 18 ກໍລະກົດ 2022 ), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ( ວັນທີ 5 ກັນຍາ 1962 ຫາ ວັນທີ 5 ກັນຍາ 2022 ) ແລະ ປະກາດການຈັດຕັ້ງ
ໃນຕອນເຊົ້າ ວັນທີ 22 ມິຖຸນາ 2022 ຄະນະໂຄສະນາອົບຮົມໄດ້ຈັດພິທີ ປາຖະກະຖາ ປີສາມັກຄີ ມິດຕະພາບລາວ-ຫວຽດນາມ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ( 18 ກໍລະກົດ 1977 ຫາ 18 ກໍລະກົດ 2022 ), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ( ວັນທີ 5 ກັນຍາ 1962 ຫາ ວັນທີ 5 ກັນຍາ 2022 ) ແລະ ປະກາດການຈັດຕັ້ງ ຢູ່ທີ່ ສະໂມສອນຂອງເມືອງ, ໂດຍການເປັນປະທານ ທ່ານ ບຸນຈັນ ສຸດທິປັນຍາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ຫົວໜ້າໜ່ວຍງານ-ຮອງໜ່ວຍງານ, 2 ກອງບັນຊາການ ປກສ, ປກຊ ນັບແຕ່ຊັ້ນຮ້ອຍຕີຂຶ້ນໄປ, ລັດວິສາຫະກິດ, ທະນາຄານ ແລະ ອາດິດການນຳ ພະນັກງານບໍານານ ເຂົ້າຮ່ວມທັງໝົດ 120 ຄົນ, ຍິງ 26 ຄົນ.