ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຢ່າງສຸດໃຈ. ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ.ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ. ຊົມເຊີຍວັນສ້າງຕັ້ງ ສປປ ລາວ ຄົບຮອບ 48 ປີ. “ຊົມເຊີຍຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ແລະ ຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວແຂວງ ຄັ້ງທີ I ຢ່າງສຸດໃຈ” "ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່"

  • ໃນຕອນເຊົ້າຂອງວັນທີ 9 ສິງຫາ 2023 ທີ່ຜ່າ
  • ໃນຕອນເຊົ້າຂອງວັນທີ 10 ສິງຫາ 2023 ຄະນະໂຄສ
  • ຄະນະໂຄສະນາອົບຮົມແຂວງ ສົມທົບກັບພະແນ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງເຂົ້າຮ່
  • ຄະນະໂຄສະນາອົບຮົມແຂວງ ຈັດພິທີເຊື່ອມ
  • ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາເປີ
ຫົວໜ້າຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມກອງປະຊຸມວຽກງານການເມືອງ-ແນວຄິດ ທີ່ເມືອງວຽງພູຄາ.

ຫົວໜ້າຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມກອງປະຊຸມວຽກງານການເມືອງ-ແນວຄິດ ທີ່ເມືອງວຽງພູຄາ.

ຫົວໜ້າຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມກອງປະຊຸມວຽກງານການເມືອງ-ແນວຄິດ ທີ່ເມືອງວຽງພູຄາ. ຕອ...
ຄະນະໂຄສະນາອົບຮົມແຂວງ ຈັດພິທີເຊື່ອມຊຶມ 3 ເອກະສານໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຫ້ອງການ.

ຄະນະໂຄສະນາອົບຮົມແຂວງ ຈັດພິທີເຊື່ອມຊຶມ 3 ເອກະສານໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຫ້ອງການ.

ຄະນະໂຄສະນາອົບຮົມແຂວງ ຈັດພິທີເຊື່ອມຊຶມ 3 ເອກະສານໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຫ້ອງການ. ...
ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາເປີດຮຽນສະໜັບສະໜູນໃຫ້ແກ່  ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ

ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາເປີດຮຽນສະໜັບສະໜູນໃຫ້ແກ່ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ

    ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາເປີດຮຽນສະໜັບສະໜູນໃຫ້ແກ່ ມະຫາ...
Previous
Next

ຂ່າວໃໝ່

ຄະນະອານຸກໍາມະການເນື້ອໃນ ກະກຽມສະເຫຼີມສະຫຼອງປີສາມັກຄີ ມິດຕະພາບລາວ-ຫວຽດນາມ ໄດ້ຈັດພິທິໂຄສະນາ-ປາຖະກະຖາ 2 ເອກະສານຢູ່ສະໂມສອນ ວິທະຍາໄລຄູຫຼວງນໍ້າທາ

ຄະນະອານຸກໍາມະການເນື້ອໃນ ກະກຽມສະເຫຼີມສະຫຼອງປີສາມັກຄີ ມິດຕະພາບລາວ-ຫວຽດນາມ ໄດ້ຈັດພິທິໂຄສະນາ-ປາຖະກະຖາ 2 ເອກະສານຢູ່ສະໂມສອນ ວິທະຍາໄລຄູຫຼວງນໍ້າທາ

         ຕອນແລງວັນທີ 24 ມິຖຸນາ 2022 ຄະນະອານຸກໍາມະການເນື້ອໃນ ກະກຽມສະເຫຼີມສະຫຼອງປີສາມັກຄີ

ມິດຕະພາບລາວ-ຫວຽດນາມ ໄດ້ຈັດພິທິໂຄສະນາ-ປາຖະກະຖາ 2 ເອກະສານ ຢູ່ສະໂມສອນ ວິທະຍາໄລຄູຫຼວງນໍ້າທາ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສຸລິວັນ ທັດສະພອນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ນາງ ປານີ ຈິດດາລາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຄະນະອານຸກໍາມະການເນື້ອໃນ, ມີຜູ້ອໍານວຍການ, ຮອງອໍານວຍການ, ພ້ອມດ້ວຍຄູ-ອາຈານ, ນັກຮຽນ-ນັກສຶກສາ ມາຈາກວິທະຍາໄລຄູຫຼວງນໍ້າທາ, ໂຮງຮຽນວິຊາຊີບ ແລະ ໂຮງຮຽນຊົນເຜົ່າ ເຂົ້າຮ່ວມທັງໝົດ 201 ຄົນ ຍິງ 162 ຄົນ. ເອກະສານທີ່ນໍາມາເຊື່ອມຊືມໃນຄັ້ງນີ້ ມີ 2 ເອກະສານທີ່ສໍາຄັນຄື: 1. ເອກະສານໂຄສະນາ-ປາຖະກະຖາ ປີສາມັກຄີມິດຕະພາບລາວ-ຫວຽດນາມ ( ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ 18 ກໍລະກົດ 1977 ຫາ 18 ກໍລະກົດ 2022 ແລະ ວັນສ້າງຕັ້ງສາຍພົວພັນການທຸດ ລາວ-ຫວຽດນາມ ຄົບຮອບ 60 ປີ ວັນທີ 5 ກັນຍາ 1962 ຫາ ວັນທີ 5 ກັນຍາ 2022). 2. ວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ ( 13 ກໍລະກົດ 1909-13 ກໍລະກົດ 2022). ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້ໄດ້ຍົກໃຫ້ເຫັນ ມູນເຊື້ອທີ່ມີມາແຕ່ລະໄລຍະຂອງສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ດ້ວຍຄໍາສອນອະມະຕະຂອງປະທານ ໂຮ່ຈິມິນ ວ່າ “ການຊ່ວຍເຫຼືອເພື່ອນ ປຽບເໝືອນການຊ່ວຍເຫຼືອຕົນເອງ”; ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນບ້ານໃກ້ຄຽງ, ອ້າຍນ້ອງອັນໃກ້ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາຊະນະ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບຖານອ້າຍນ້ອງ ລະຫວ່າງ ປະຊາຊົນສອງປະເທດພວກເຮົາໄດ້ຮັບການຫຼໍ່ຫຼອມຈາກການຕໍ່ສູ້ ແມ່ນປັດໄຈແຫ່ງໄຊຊະນະ ຂອງພາລະກິດຕໍ່ສູ້ກູ້ຊາດ, ແມ່ນພື້ນຖານອັນໝັ້ນແກ່ນ ໃຫ້ແກ່ການພົວພັນຮ່ວມມືຍາວນານ ເພື່ອສ້າງສາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້ ແລະ ເຮັດໃຫ້ລູກຫຼານໄດ້ຮໍ່າຮຽນເອົາຄຸນງາມຄວາມດີ, ພິກໄຫວໃນການການຕໍ່ສູ້ ກອບກູ້ປະເທດຊາດບ້ານເມືອງ, ການດໍາລົງຊີວິດແບບປອດໃສຂາວສະອາດ ຂອງ ປະທານ ສຸພານຸວົງ ເພື່ອມາໜູນໃຊ້ເຂົ້າໃນຊີວິດຕົວຈິງ ແລະ ພິທີດັ່ງກ່າວໄດ້ປິດລົງໃນຕອນດຽວກັນ.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

  

ສະຖິຕິຜູ້ເຂົ້າຊົມ:

274951
ມື້ນີ້ມື້ນີ້170
ມື້ວານນີ້ມື້ວານນີ້164
ອາທິດນີ້ອາທິດນີ້293
ເດືອນນີ້ເດືອນນີ້538
ທັງໝົດທັງໝົດ274951

ຈຳນວນຄົນອອນໄລ໌ທ

ມີ 4  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌