ພິທີ ມອບ - ຮັບໜ້າທີ່ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂອງຄະນະຈັດຕັ້ງ ແລະ ຄະນະໂຄສະນາອົບຮົມ ເມືອງລອງ ແຂວງຫຼວງນໍ້າທາ.
ວັນທີ 15 ກໍລະກົດ 2022 ຢູ່ທີ່ສະໂມສອນເມືອງລອງ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງຜູ້ເກົ່າ
ແລະ ຜູ້ໃໝ່ຂອງຄະນະຈັດຕັ້ງ ແລະ ຄະນະໂຄສະນາອົບຮົມເມືອງລອງເຂົ້າຮັບບໍານານ, ແຕ່ງຕັ້ງຜູ້ຮັກສາການ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຈັນ ສຸດທິປັນຍາ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆລອງ, ທ່ານ ບຸນມາ ພັນດາວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີກໍາມະການປະຈໍາພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ ພ້ອມດ້ວຍແຂກຖືກເຊີນ, ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີດັ່ງກ່າວ ທ່ານ ມັງກອນ ສີກັນຍາ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 255/ຈມ, ລົງວັນທີ 14 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງ ຫົວໜ້າຄະນະຈັດຕັ້ງເມືອງລອງ ເຊີ່ງໄດ້ແຕ່ງຕັ້ງ ທ່ານ ພຸດສະດົງ ອິນຍາວົງ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານຊຽງກົກ ເປັນຫົວໜ້າຄະນະຈັດຕັ້ງເມືອງລອງ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການອະນຸມັດໃຫ້ ທ່ານ ນ. ນາງ ສອນສາຍແກ້ວຫົວໜ້າຄະນະໂຄສະນາອົບຮົມເມືອງລອງ ຜັກຜ່ອນຮັບນະໂຍບາຍອຸດໜູນບໍານານ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ທ່ານ ນ. ພອນ ຫຼ້າວົງຄໍາ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງລອງຂື້ນຮັບໜ້າທີ່ຮັກສາການຫົວໜ້າຄະນະໂຄສະນາອົບຮົມເມືອງລອງ; ຈາກນັ້ນໄດ້ຜ່ານບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງຫົວໜ້າຄະນະຈັດຕັ້ງ ແລະ ຄະນະໂຄສະນາອົບຮົມເມືອງລອງ ຜູ້ເກົ່າ ແລະ ຜູ້ໃໜ່ ໂດຍຊ່ອງໜ້າກັບຜູ້ເຂົ້າຮ່ວມເປັນສັກຂີພະຍານ.ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ບຸນຈັນ ສຸດທິປັນຍາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆລອງ ໂດຍທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຜ່ານມາໃນການຊີ້ນໍາໆພາຂອງຫົວໜ້າ ຜູ້ເກົ່າ; ພ້ອມທັງຊີ້ທິດເຍືອງທາງໃຫ້ແກ່ຜູ້ທີ່ຮັບໜ້າທີ່ໃໝ່ ໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້:
1. ຈົ່ງມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ-ນໍາພາແນວຄິດໃຫ້ແກ່ພະນັກງານພາຍໃນຂັ້ນຂອງຕົນໃຫ້ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດໃນແຕ່ລະໄລຍະ.
2. ໂຄສະນາປຸກລະດົມໃຫ້ປະຊາຊົນທຸກຊົນຊາດຊົນເຜົ່າເວົ້າລວມເວົ້າສະເພາະແມ່ນພະນັກງານພາຍໃນຫ້ອງການໃຫ້ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ.
3. ຍຶດໜັ້ນຫຼັກການລວມສູນປະຊາທິປະໄຕ, ບຸກຄົນຂື້ນກັບການຈັດຕັ້ງ, ກ້າຄິດ, ກ້າຮັບຜິດຊອບຕໍ່ຜົນໄດ້ຮັບ, ແບ່ງຄວາມຮັບຜິດຊອບໃຫ້ສອດຄ່ອງກັບໜ້າທີ່ວຽກງານ ເພື່ອພັດທະນາອົງການ-ອົງກອນຂອງຕົນໃຫ້ເຂັ້ມແຂງ.
4. ເອົາໃຈໃສ່ສ້າງສາພັດທະນາເມືອງລອງໃຫ້ກ້າວໜ້າຂື້ນກວ່າເກົ່າ; ພິທີດັ່ງກ່າວໄດ້ປິດລົງໃນວັນດຽວກັນ.
![]() | ມື້ນີ້ | 81 |
![]() | ມື້ວານນີ້ | 175 |
![]() | ອາທິດນີ້ | 1023 |
![]() | ເດືອນນີ້ | 1934 |
![]() | ທັງໝົດ | 192039 |
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌