ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາເປີດຊຸດອົບຮົມສະມາຊິກພັກໃໝ່ (ສະມາຊິກພັກສໍາຮອງ).
ວັນທີ 14 ກໍລະກົດ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດອົບຮົມສະມາຊິກພັກໃໝ່
(ສະມາຊິກພັກສໍາຮອງ) ຂື້ນຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ເປັນກຽດກ່າວເປີດຊຸດອົບຮົມໃນຄັ້ງນີ້ໂດຍ ສະຫາຍ ບຸນສາງ ອິນມະນີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງເອກະສານທີ່ນຳມາອົບຮົມທັງໝົດມີ 5 ບົດຄື:
ບົດທີ 1. ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ ຜ່ານເອກະສານໂດຍ ສະຫາຍ ບຸນສາງ ອິນມະນີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ບົດທີ 2. ວຽກງານກໍ່ສ້າງ ແລະ ປັບປຸງພັກ ຜ່ານເອກະສານໂດຍ ສະຫາຍ ກົງລາ ຖ່າຍຄໍາໂປນ ຫົວໜ້າຂະແໜງຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ.
ບົດທີ 3. ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ ຜ່ານເອກະສານໂດຍ ສະຫາຍ ຫັນຈະເລີນ ເພັດທະວົງ ຫົວໜ້າຂະແໜງໂຄສະນາ-ປາຖະກະຖາ.
ບົດທີ4. ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ແລະ ບົດທີ 5 . ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຜ່ານເອກະສານໂດຍ ສະຫາຍ ແສງຈັນ ສິ່ງຄາຫຼັກ ຫົວໜ້າຂະແໜງອົບຮົມ.
ເອກະສານທີ່ນໍາມາຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ສະມາຊິກພັກໃໝ່ ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ເປັນການປັບປຸງຍົກລະດັບຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ວຽກງານກໍ່ສ້າງພັກ, ປັບປຸງພັກ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງພະນັກງານ, ສະມາຊິກພັກ ເພື່ອໃຫ້ພັກມີຄວາມປອດໃສ, ເຂັ້ມແຂງແລະ ໜັກແໜ້ນ ເຊິ່ງມີຜູ້ເຂົ້າຮຽນທັງໝົດ 8 ສະຫາຍ, ຍິງ 4 ສະຫາຍ. ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນໂດຍ ສະຫາຍ ສິງແກ້ວ ແສນປັນຍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
![]() | ມື້ນີ້ | 175 |
![]() | ມື້ວານນີ້ | 164 |
![]() | ອາທິດນີ້ | 298 |
![]() | ເດືອນນີ້ | 543 |
![]() | ທັງໝົດ | 274956 |
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌