ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາໄດ້ຈັດກອງປະຊຸມປຶກສາຫາລືວຽກງານແນວຄິດ-ຫາງສຽງຂອງສັງຄົມ ແລະ ວຽກງານໂຄສະນາປາຖະກະຖາ
ວັນທີ 1 ກໍລະກົດ 2021 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫຼວງນ້ຳທາຄະນະໂຄສະນາ
ອົບຮົມແຂວງຫຼວງນ້ຳທາໄດ້ຈັດກອງປະຊຸມປຶກສາຫາລືວຽກງານແນວຄິດ-ຫາງສຽງຂອງສັງຄົມ ແລະ ວຽກງານໂຄສະນາປາຖະກະຖາ ໂດຍການເຂົ້າຮ່ວມຂອງທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາຄະນະບໍລິຫານງານພັກແຂວງ ແຂວງໆຫຼວງນ້ຳທາ, ມີຮອງຫົວໜ້າພະແນກການອ້ອມຂ້າງ,ຫົວໜ້າຂະແໜງການ, 2 ກອງບັນຊາການ, ລັດວິສາຫະກິດ ແລະ ພະນັກງານລັດຖະກອນເຂົ້າຮ່ວມທັງໝົດ 55 ທ່ານ ຍິງ 9 ທ່ານ. ທ່ານ ບຸນມາ ພັນດາວົງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍແຕ່ງຕັ້ງຄະນະຮັບຜິດຊອບເກັບກຳສະພາບແນວຄິດ – ຫາງສຽງສັງຄົມ ແລະ ວຽກງານໂຄສະນາປາຖະກະຖາ.ກອງປະຊຸມການປຶກສາຫາລືຄັ້ງນີ້ກ່ຽວກັບສະພາບການຈັດຕັ້ງເຜີຍແຜ່,ເຊື່ອມຊືມແນວທາງ,ແຜນະໂຍບາຍ,ມະຕິ,ຄຳສັ່ງຂອງພັກ,ລະບຽບກົດໝາຍຂອງລັດໃຫ້ແກ່ສະມາຊິກພັກພະນັກງານ-ລັດຖະກອນ,ກຳລັງປະກອອາວຸດ ແລະ ປະຊາຊົນບັນດາເຜົ່າໃນຄວາມຮັບຜິດຊອບຂອງຂະແໜງການຕົນໄລຍະຜ່ານມາ
![]() | ມື້ນີ້ | 78 |
![]() | ມື້ວານນີ້ | 175 |
![]() | ອາທິດນີ້ | 1020 |
![]() | ເດືອນນີ້ | 1931 |
![]() | ທັງໝົດ | 192036 |
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌