ຕອນເຊົ້າຂອງວັນທີ 30 ມິຖຸນາ 2021 ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ
ໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2021 ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໃຫ້ກຽດບັນຍາຍເອກະສານໂດຍ
ທ່ານ ສິງແກ້ວ ແສນປັນຍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງມີມະຫາຊົນກ້າວໜ້າທີ່ມາຈາກພະແນກການອ້ອມຂ້າງແຂວງເຂົ້າຮຽນທັງໝົດ 19 ສະຫາຍ, ຍິງ 14 ສະຫາຍ. ການຮຽນສະໜັບສະໜູນຄັ້ງນີ້ ກໍ່ເພື່ອເຮັດໃຫ້ມະຫາຊົນກ້າວໜ້າມີຈິດໃຈບຸກບືນເປັນເຈົ້າການ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ສ້າງເງື່ອນໄຂ, ມາດຕະຖານຄົບຖ້ວນ ເພື່ອເຂົ້າເປັນສະມາຊິກພັກ ແລະ ຍົກລະດັບໃນທຸກດ້ານເປັນຕົ້ນແມ່ນ ການຮ່ຳຮຽນທິດສະດີມາກ-ເລນິນ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະ, ຮັກຄວາມສາມັກຄີທັງພາຍໃນ, ພາຍນອກ ແລະ ເປັນແບບຢ່າງໃຫ້ຜູ້ທີ່ກຽມເຂົ້າເປັນມະຫາຊົນກ້າວໜ້າ
![]() | ມື້ນີ້ | 160 |
![]() | ມື້ວານນີ້ | 222 |
![]() | ອາທິດນີ້ | 522 |
![]() | ເດືອນນີ້ | 4121 |
![]() | ທັງໝົດ | 241808 |
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌