ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳໃນໄລຍະໃໝ່ ແລະ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI
ໃນຕອນເຊົ້າວັນທີ 2 ກໍລະກົດ 2021 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ການເພີ່ມທະວີການນຳພາຂອງພັກ
ຕໍ່ວຽກງານວັດທະນະທຳໃນໄລຍະໃໝ່ ແລະ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ໂດຍການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ, ມີກອງເລຂາພັກແຂວງ, ຮອງເຈົ້າແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ 5 ເມືອງ, ອະດີດການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 166 ທ່ານ, ຍິງ 29 ທ່ານ.ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ ໄດ້ຜ່ານມະຕິເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ເຊິ່ງເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ ທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈຳ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ທ່ານ ຄຳຟອງ ອິນມານີ ກຳມະການປະຈຳພັກແຂວງ, ຮອງເລຂາພັກແຂວງ, ປະທານສານປະຊາຊົນແຂວງ ໄດ້ຜ່ານມະຕິ ເລກທີ 25/ກມສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່; ຈາກນັ້ນ ທ່ານ ພົມມະສຸກ ວິໄລກຸນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານຄໍາແນະນໍາເລກທີ 102/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI. ໃນຕອນທ້າຍຂອງກອງປະຊຸມ ທ່ານຄໍາໄຫຼ ສີປະເສີດ ຍັງມີຄໍາເຫັນເຈາະຈີ້ມ, ແນະນໍາວິທີປະກອບຄໍາເຫັນຕໍ່ກອງປະຊຸມ ແລະ ບັນດາຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຈາກນັ້ນປະທານກອງປະຊຸມຍັງໄດ້ສະຫຼຸບຄໍາຄິດຄໍາເຫັນຂອງຜູ້ແທນກອງປະຊຸມ ແລະ ໃຫ້ທິດຊີ້ນໍາ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ກອງປະຊຸມໄດ້ປິດລົງໃນວັນດຽວກັນ.
![]() | ມື້ນີ້ | 181 |
![]() | ມື້ວານນີ້ | 164 |
![]() | ອາທິດນີ້ | 304 |
![]() | ເດືອນນີ້ | 549 |
![]() | ທັງໝົດ | 274962 |
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌