ຄະນະໂຄສະນາອົບຮົມແຂວງໄດ້ເປີດຝຶກອົບຮົມໃຫ້ກັບສະມາຊິກພັກໃຫ່ມຫຼືສະມາຊິກພັກສໍາຮອງ
ໃນ ຕອ່ນເຊົ້າຂອງວັນທີ 11 ກຸມພາ 2021 ຄະນະໂຄສະນາອົບຮົມແຂວງໄດ້ເປີດຝຶກອົບຮົມໃຫ້ກັບສະມາຊິກພັກໃຫ່ມຫຼືສະມາຊິກພັກສໍາຮອງ ໃຫ້ກັບບັນດາຄະນະພັກຮາກຖານ ແລະ ໜ່ວຍພັກອ້ອມຂ້າງແຂວງໃນການເປັນປະທານຂອງ ທ່ານ ບຸນສາງ ອີນມະນີ ຮອງເລຂາໜ່ວຍພັກ,
ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຜູ້ເຂົ້າຮ່ວມທັງໝົດ 13 ສະຫາຍ ຍິງ 2 ສະຫາຍ, ໂດຍປະຕິບັດອິງຕາມກົດລະບຽບຂອງພັກປະຊາຊົນປະຕິບັດລາວສະໄໝທີ 10 ແລະ ຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກທີ 14/ຄອສພ, ລົງວັນທີ 3 ຕຸລາ 2017 ກ່ຽວກັບການນໍາໃຊ້ເອກະສານອົບຮົມສະມາຊິກພັກໃໝ່ ແລະ ເອກະສານ 5 ບົດ ມີເນື້ອໃນດັ່ງນີ: ຄວາມຮູ້ພື້ນຖານກ່ຽວກັບທິດສິດິມາກ-ເລນິນ, ວຽກງານກໍ່ສ້າງພັກ, ຄຸນສົມບັດສີນທໍາປະຕິວັດຂອງສະມາຊິກພັກ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງກ່ຽວກັບພັກປະຊາຊົນປະຕິບັດລາວ ມາເຜີຍແຜ່ຮໍ່າຮຽນໃຫ້ເຂົ້າໃຈຢ່າງເລິກເຊິ່ງ. ການຝຶກອົບຮົມເອກະສານອົບຮົມສະມາຊິກພັກໃຫ່ມຄັ້ງນີ້ ແມ່ນເພື່ອປະຕິບັດຕາມໃບສະເໜີຂອງໜ່ວຍພັກຂອງພະແນກການອ້ອມຂ້າງແຂວງ. ເພື່ອແນ່ໃສ່ເປົ້າໝາຍກໍ່ສ້າງມະຫາຊົນຜູ້ທີ່ກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິບັດລາວ. ສ້າງເງື່ອນໄຂ ແລະ ມາດຖານຄົບຖ້ວນຕາມກົດລະບຽບຂອງພັກວາງອອກ. ແນ່ໃສ່ຮັບປະ ກັນທາງດ້ານຄຸນນະພາບ ໂດຍສະເພາະແມ່ນສະມາຊິກພັກສໍາຮອງ ຕ້ອງໄດ້ຜ່ານຂະບວນການທົດສອບຈາກວຽກງານຕົນຈິງ, ຜ່ານການຝຶກອົບຮົມເອກະສານອົບຮົມສະມາຊິກພັກ, ມີລະດັບຄວາມຮູ້ຄວາມສາມາດໃນລະດັບອັນແນນອນ, ມີຄຸນທາດການເມືອງອັນໜັກແໜ້ນກໍາໄດ້ແນວທາງຂອງພັກ - ລັດເປັນແບບຢ່າງ ນໍາໜ້າໃຫ້ແກ່ມະຫາຊົນດ ພິທີດັ່ງກ່າວໄດ້ອັດລົງໃນເວລາ 16 : 00 ຂອງວັນດັ່ງກ່າວຢ່າງຈົບງາມ.
![]() | ມື້ນີ້ | 169 |
![]() | ມື້ວານນີ້ | 171 |
![]() | ອາທິດນີ້ | 1016 |
![]() | ເດືອນນີ້ | 4357 |
![]() | ທັງໝົດ | 163854 |
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌