ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາພົບປະແລກປ່ຽນບົດຮຽນກັບໂຄສະນາອົບຮົມແຂວງຊຽງຂວາງ.
ການພົບປະແລກປ່ຽນຖອດຖອນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ແລະ ຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ຈັດຂື້ນໃນວັນທີ່ 23 ທັນວາ ປີ 2019 ນີ້
ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມ ແຂວງຊຽງຂວາງ ໂດຍການເປັນປະທານຂອງ ທ່ານ ຄອນສະໝຸດ ບຸນແພງພັນ ກໍາມະການພັກແຂວງຊຽງ ຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງ, ທ່ານ ສິງແກ້ວ ແສນປັນຍາ ຮອງຫົວາຄະນະໂຄສະນາອົບຮົມແຂວງ ຫຼວງນໍ້າທາ ແລະ ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍພະນັກງານ, ວິຊາການທັງສອງຝ່າຍເຂົ້າຮ່ວມຈໍານວນ 28 ກ່ວາສະຫາຍ, ຍິງ 9 ສະຫາຍ.ພິທີພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ກ່ອນອື່ນທ່ານ ຄໍາສີ ວີໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ມີຄໍາເຫັນກ່າວຕ້ອນຮັບຄະນະຜູ້ແທນຂອງແຂວງຫຼວງນໍ້າທາ,ຫຼັງຈາກນັ້ນສອງຄະນະໄດ້ພັດປ່ຽນກັນລາຍງານ ສະພາບການລວມ, ຈຸດພິເສດ ແລະ ການພັດທະນາເສດຖະກິດ, ສັງຄົມໂດຍຫຍໍ້ຂອງແຂວງຊຽງຂວາງ ແລະ ແຂວງຫຼວງນໍ້າທາ ແລະ ລາຍງາຍງານສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຄະນະໂຄສະນາອົບຮົມຂອງສອງແຂວງ, ເປັນຕົ້ນແມ່ນວຽກງານການສຶກສາອົບຮົມການເມືອງ - ແນວຄິດ ໃນຖັນແຖວພະນັກງານ, ສະມາຊິກພັກ, ການເກັບກໍາຫາງສຽງສັງຄົມ, ວຽກງານເຜີຍແຜ່ແນວທາງນະໂຍບາຍຂອງພັກ - ລັດ, ວຽກງານໂຄສະນາຜ່ານສື່, ວິທະຍຸ ແລະ ວຽກງານຄວາມເຂັ້ມແຂງດ້ານວິຊາສະເພາະໃຫ້ພະນັກງານ - ລັດຖະກອນມີຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ວຽກງານອື່ນໆທີ່ສໍາຄັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາຂອງສອງແຂວງໄດ້ຈັດຕັ້ງປະຕິບັດ ສອດຄ່ອງກັບພາວະຄວາມເປັນຈິງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ - ລັດ ນໍາເອົາບົດຮຽນທີ່ຖອດຖອນໄດ້ໄປຈັດຕັ້ງປະຕິບັດໃຫ້ເກີດຜົນສໍາເລັດປະກົດຜົນເປັນຈິງ ເພື່ອນໍາເອົາໄປພັດທະນາວຽກງານໂຄສະນາອົບຮົມແຂວງຫຼວງນໍ້າທາ ແລະ ແຂວງຊຽງຂວາງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ກາຍເປັນເສນາທິການທາງດ້ານການເມືອງ - ແນວຄິດ ໃນການປຸກລະດົມທົ່ວສັງຄົມເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ຢ່າງເປັນຂະບວນກ້ວາງຂວາງ, ຜ່ານການຖອດຖອນບົດຮຽນຄັ້ງນີ້ ຍັງເປັນການຫັດແໜ້ນຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃນການເສີມສ້າງຄວາມຮູ້ຄວາມສາມາດ, ປະສົບການໃນການເຮັດວຽກຕໍ່ໜ້າ. ຕອນທ້າຍຂອງພິທີສອງຝ່າຍໄດ້ມອບຂອງຂັວນທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນ, ຫຼັງຈາກນັ້ນທັງສອງຄະນະໄດ້ເດີນທາງໄປທ່ຽວຊົມສະຖານທີ່ສໍາຄັນທາງປະຫວັດສາດ, ທໍາມະຊາດເປັນຕົ້ນແມ່ນທອງໄຫຫີນ ເຊິງເປັນໝໍລະດົກໂລກ ແລະ ທ່ຽວຊົມທໍາມະຊາດຢູ່ເມືອງແປກ. ແລະ ການລ້ຽງງົວພັນເພື່ອສົ່ງອ່ອກຕ່າງປະເທດ.
![]() | ມື້ນີ້ | 93 |
![]() | ມື້ວານນີ້ | 241 |
![]() | ອາທິດນີ້ | 678 |
![]() | ເດືອນນີ້ | 4581 |
![]() | ທັງໝົດ | 158845 |
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌