ແຂວງຫລວງນ້ຳທາ ປາຖະກະຖາ ສະຖາປະນາ ສປ ຈີນ ຄົບຮອບ 70 ປີ ແລະ ວັນຄູແຫ່ງຊາດ ຄົບຮອບ 25 ປີ.
ຕອນເຊົ້າວັນທີ 1 ຕຸລາ 2019 ຜ່ານມານີ້, ຢູ່ທີ່ຫໍວັດທະນະທຳ ແຂວງຫລວງນ້ຳທາ ໄດ້ຈັດພີທີປາຖະກະຖາວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີ (1 ຕຸລາ 1949-1 ຕຸລາ 2019 ແລະ ວັນຄູແຫ່ງຊາດ ຄົບຮອບ 25 ປີ 7 ຕຸລາ 1994-7 ຕຸລາ 2019).
ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຫລວງນ້ຳທາ, ມີບັນດາກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຄະນະນໍາຂອງເມືອງຫຼວງນໍ້າທາ, ສອງກອງບັນຊາການ ທະຫານ, ຕໍາຫລວດ, ອາດີດການນຳ, ສະມາຄົມຊາວຈີນຢູ່ຫລວງນ້ຳທາ, ຄູອາຈານ, ນ້ອງນັກຮຽນ ແລະ ຕາງໜ້າ 8 ບ້ານເທດສະບານແຂວງເເຂົ້າຮ່ວມທັງໝົດ 635 ຄົນ, ຍິງ 397 ຄົນ.
ພິທີດັ່ງກ່າວ ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງໆ ຫຼວງນ້ຳທາ ໄດ້ຫວນຄືນປະຫວັດຄວາມເປັນມາ ແລະ ມູນເຊື້ອຂອງ ສປ ຈີນ, ປະເທດຈີນເປັນປະເທດໃຫຍ່ເປັນອັນດັບ 3 ຂອງໂລກ ຖັດຈາກປະເທດລັດເຊຍ ແລະ ປະເທດການາດາ, ມີພົນລະເມືອງກ່ວາ 1.300 ຕື້ຄົນ ເປັນອັນດັບ 1 ຂອງໂລກ, ມີ 56 ຊົນເຜົ່າ ແລະ ແມ່ນປະເທດຫນຶ່ງທີ່ມີອະລິຍະທຳ, ວັດຖຸບູຮານທີ່ມີຊື່ສຽງອັນພົ້ນເດັ່ນ ເປັນຕົ້ນແມ່ນ ກຳແພງເມືອງຈີນ, ສະຖານທີ່ບູຮານອັນລ້ຳຄ່າອື່ນໆ ນອກຈາກນັ້ນຍັງມີຈັນຍາທຳທີ່ລ້ຳເລີດຂອງຂົງຈື, ນາວະນີຍາຍສາມກົກໄດ້ຖືກຈົດໄວ້ເປັນວັນນະກຳທີ່ລືຊື່ຂອງໂລກ. ພາຍຫລັງສົງຄາມໂລກຄັ້ງທີ 1 ສີ້ນສຸດລົງ ປະເທດຈີນໄດ້ເກີດມີຂະບວນການລຸກຮື້ຂຶ້ນຕໍ່ສູ້ຕ້ານກັບຊົນຊັ້ນສັກດີນາ ໄດ້ເປັນຂະບວນແຜ່ຂະຫຍາຍຢ່າງກວ້າງຂວາງ ແລະ ກໍ່ເກີດມີກະແສແນວຄິດໃໝ່ແຜ່ຂະຫຍາຍເຂົ້າມາໃນປະເທດຈີນ ນັ້ນກໍ່ແມ່ນລັດທິມາກ-ເລນີນ ປີ 1921 ທ່ານ ເໝົາເຈີຕຸງ ພ້ອມດ້ວຍໝູ່ຄະນະ 12 ທ່ານ ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະຖົມມະເລິກຂຶ້ນຢູ່ນະຄອນຊຽງໄຮ້ ແລະ ໄດ້ປະກາດສ້າງຕັ້ງພັກກອມມູນິດຈີນ ຂຶ້ນໃນ ວັນທີ 1 ກໍລະກົດ 1921 , ຜ່ານການລຸກຮື້ຂຶ້ນຕໍ່ສູ້ຂອງພັກກອມມູນິດຈີນ ແລະ ປະຊາຊົນຈຶ່ງໄດ້ໂຄ່ນລົ້ມລະບອບການປົກຄອງຂອງລັດທິຈັກກະພັດ, ລັດທິສັກດີນາ ແລະ ລັດທິອາດຍາສິດນາຍທຶນ, ໄດ້ສ້າງຕັ້ງສາທາລະນະລັດ ປະຊາຊົນຈີນ ຂຶ້ນ ໃນວັນທີ 1 ຕຸລາ 1949 ນັບແຕ່ນັ້ນເປັນຕົ້ນມາພັກກອມມູນິດຈີນໄດ້ກາຍເປັນພັກກຳອຳນາດນຳພາປະຊາຊົນບັນດາເຜົ່າທົ່ວປະເທດ ດຳເນີນການສ້າງສາສັງຄົມນິຍົມ,ເຮັດໃຫ້ປະເທດຈີນໄດ້ຮັບການພັດທະນາໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ.
ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XVIII ຂອງພັກກອມມູນິດອີນດູຈີນເປັນຕົ້ນມາ ສູນກາງພັກ ຊື່ງຖືສະຫາຍສີຈີ້ນຜີງ ເປັນແກນນຳຂອງພັກ ໄດ້ສືບຕໍ່ຍົກສຸງຄັນທຸງແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເພື່ອບັນລຸເປົ້າຫມາຍ 100 ປີ ສອງເຫດການ ແລະ ຟື້ນຟູຄວາມສີວິໄລ, ຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ ມີພຽງແຕ່ສັງຄົມນິຍົມເທົ່ານັ້ນຈີ່ງສາມາດກອບກູ້ປະເທດຈີນໄດ້, ການປະຕິຮູບເປີດປະຕູສູ່ພາຍນອກຂອງຈີນໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ນັ້ນໄດ້ຍືດໝັ້ນ 6 ຫລັກການຕົ້ນຕໍຄື:
1. ຍືດໝັ້ນການນຳພາດ້ານແນວຄິດ, ໝູນໃຊ້ໝາກຜົນແຫ່ງການປະດິດສ້າງຂອງລັດທິມາກເຂົ້າໃນການຊີ້ນຳ-ນຳພາດ້ານ
ພຶດຕິກຳຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ.
2. ຍຶດໝັ້ນທິດທາງທີ່ຖືກຕ້ອງ, ຮັບປະກັນໃຫ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ເດີນຫນ້າຕາມເສັ້ນທາສັງຄົມນິຍົມ.
3. ຍືດໜັ້ນຖືເອົາປະຊາຊົນເປັນໃຈກາງເຮັດໃຫ້ໝາກຜົນການປະຕິຮູບ ແລະ ການພັດທະນາໄປເຖີງປະຊາຊົນທຸກທົ່ວໜ້າໃຫ້ຫຼາຍກວ່າເກົ່າ ແລະ ຍຸດຕິທຳ.
4. ຍືດໝັ້ນການປະຕິຮູບ ແລະ ເປີດປະຕູສູ່ພາຍໃນນອກຢ່າງເປັນລະບົບ, ຊຸກຍູ້ການປະຕິຮູບທຸກຂົງເຂດເສດຖະກິດ, ວັດທະນະທໍາສັງ
ຄົມ, ຂົງເຂດການເມືອງ ແລະ ອາລິຍະທຳລະບົບນິເວດຢ່າງຮອບດ້ານ.
5. ຍືດຫມັ້ນການເປີດກວ້າງສູ່ພາຍນອກ, ຊຸກຍູ້ການພັດທະນາເສດຖະກິດຂອງຈີນທັນຍຸກ, ທັນສະໄຫມ ແລະ ເຊື່ອມໂຍງເຂົ້າສາກົນ.
6. ຍືດໝັ້ນການນຳພາຢ່າງຮອບດ້ານຂອງພັກ, ຮັບປະກັນການເມືອງຢ່າງໜັກແໜ້ນ ເຂັ້ມແຂງ ໃຫ້ແກ່ພາລະກິດປະຕິຮູບ ແລະປະຕິຮູບ
ແລະ ການເປີດປະຕູສູ່ພາຍນອກໄດ້ຮັບຜົນສຳເລັດຢ່າງສະຫງ່າງາມ. ຈາກນັ້ນກໍ່ມີຜົນງານການສ້າງສາປະເທດຊາດໃນແຕ່ໄລຍະແມ່ນໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆມາ.ພ້ອມດຽວກັນນັ້ນ ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫລວງນ້ຳທາ ໄດ້ຫວນຄືນມູນເຊື້ອຄວາມເປັນມາຂອງວັນຄູແຫ່ງຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການສຶກສາ ຢູ່ແຂວງຫຼວງນ້ຳທາ, ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້, ຄູຄືຄົນທີ່ມີຄວາມຮູ້ ແລະ ສາມາດນໍາປະສົບການນັ້ນໄປສູ່ຜູ້ຄົນອື່ນໆໄດ້, ເຊີ່ງ ວັນທີ 7 ຕຸລາ ປີ 1907 ທ້າວ ຄໍາໄດ້ເລີ່ມຕົ້ນເປັນຄູສອນ ໄດ້ເຂົ້າຮ່ວມຮັບການອົບຮົມຄູ, ຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ , ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳໄດ້ເອົາໃຈໃສ່ສຶກສາໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ບໍ່ໃຫ້ຊາດລາວເຊື່ອມເສຍເປັນສັນຊາດຝຣັ່ງ, ຕໍ່ຜົນງານການຮ່ວມຂະບວນການຕໍ່ສູ້ຂອງນາຍຄູຄໍາ ແລະ ການຂະຫຍາຍຕົວຂອງວຽກງານການສືກສາແຕ່ລະໄລຍະເພື່ອສໍານຶກບຸນຄຸນອັນລໍ້າເລີດຂອງຄູຈິ່ງໄດ້ກໍານົດໃຫ້ມີວັນຄູແຫ່ງຊາດລາວ ໂດຍໄດ້ກໍານົດເອົາວັນເຂົ້າຮັບລາດສະການຂອງນາຍຄູຄໍາຄື: ວັນທີ 7 ຕຸລາ 1994ເ ປັນວັນຄູແຫ່ງຊາດ).
![]() | ມື້ນີ້ | 160 |
![]() | ມື້ວານນີ້ | 217 |
![]() | ອາທິດນີ້ | 657 |
![]() | ເດືອນນີ້ | 2663 |
![]() | ທັງໝົດ | 172402 |
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌