ຄະນະໂຄສະນາອົບຮົມສູນກາງພັກສົມທົບຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ, ຄະນະໂຄສະນາອົບຮົມເມືອງສິງເປີດຊຸດອົບຮົມການສຶກສາອົບຮົມການເມືອງ-ແນວຄິດໃຫ້ເຈົ້າກົກ, ເຈົ້າເຫຼົ່າ
ໃນວັນທີ 27 ສິງຫາ 2019 ຄະນະໂຄສະນາອົບຮົມສູນກາງພັກສົມທົບຄະນະໂຄສະນາອົບຮົມແຂວງຄະນະໂຄສະນາອົບຮົມເມືອງສິງ ເປີດຊຸດອົບຮົມສຶກສາອົບຮົມການເມືອງ-ແນວຄິດໃຫ້ເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ
ຂື້ນຢູ່ສະໂມສອນເມືອງສິງ, ແຂວງຫຼວງນໍ້າທາ ພາຍໃຕ້ການເປັນປະທານຂອງທ່ານ ຈັກພິພັກ ກອງຈໍາປາ ເລຂາພັກເມືອງ ເຈົ້າເມືອງໆສິງ, ມີ ທ່ານ ຄໍາກອງ ທໍາມະເທວາ ຮອງກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ບຸນສາງ ອິນມະນີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຄໍາແສງ ປະດິດ ຮອງປະທານແນວລາວສ້າງຊາດແຂວງ ເຂົ້າຮ່ວມນໍາຊຸດອົບຮົມຄັ້ງນີ້ໄດ້ເຊື່ອມຊືມເອກະສານມີ 3 ບົດຄື: 1. ເສີມຂະຫຍາຍມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າຢູ່ປະເທດເຮົາໃນໄລຍະໃໝ່. 2. ບົດບາດ ແລະ ໜ້າທີ່ຂອງເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ. 3. ເພີ່ມທະວີຄວາມສາມັກຄີ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ, ມີນັກສໍາມະນາກອນມາຈາກ 27 ໝູ່ບ້ານທີ່ເປັນຕົວແທນໃຫ້ແຕ່ລະເຜົ່າເຂົ້າຮ່ວມ 31 ສະຫາຍ.ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອເຮັດໃຫ້ເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວມີຄວາມເຂົ້າໃຈເລິກເຊີ່ງ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ, ເພື່ອໃຫ້ເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວນໍາພາປະຊາຊົນບັນດາເຜົ່າເຄື່ອນໄຫວຖືກຕ້ອງ, ເພື່ອສ້າງຄວາມເປັນເອກະພາບກັບແນວທາງ,ມະຕິຄໍາສັ່ງຂອງພັກ-ລັດ, ເຊີດຊູຄວາມຮັບຜິດຊອບຂອງຕົນຕໍ່ການຊີ້ນໍາໆພາພໍ່ແມ່ປະຊາຊົນບັນດາເຜົ່າໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາ, ແກ້ໄຂຄວາມທຸກຍາກ ແລະ ຍົກສູງຊີວິດການເປັນຢູ່ຂອງແຕ່ລະຄອບຄົວໃຫ້ສູງຂື້ນ
![]() | ມື້ນີ້ | 106 |
![]() | ມື້ວານນີ້ | 241 |
![]() | ອາທິດນີ້ | 691 |
![]() | ເດືອນນີ້ | 4594 |
![]() | ທັງໝົດ | 158858 |
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌