ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ.
ໃນຕອນເຊົ້າວັນທີ 20 ສິງຫາ 2019 ຜ່ານມາ ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ
ແລະ ໂອ້ລົມຕໍ່ພະນັກງານຄະນະໂຄສະນາອົບຮົມ ໂດຍໃຫ້ການຕ້ອນຮັບຂອງທ່ານ ບຸນມາ ພັນດາວົງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍຄະນະ, ເຂົ້າຮ່ວມຮັບຟັງການໂອ້ລົມມຂອງທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າ ແລະ ຮອງຫົວໜ້າຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ ແລະ ຮອງຫົວໜ້າຄະນະໂຄສະນາອົບຮົມ 5 ເມືອງ, ຮອງພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ມີພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມນໍາທັງໝົດ 39 ທ່ານ, ຍິງ 10 ທ່ານ.
ທ່ານ ບຸນມາ ພັນດາວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະໂຄສະນາໃນໄລຍະຜ່ານມາ, ຄະນະໂຄສະນາອົບຮົມແຂວງ-ເມືອງ ເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ, ຄະນະປະຈຳພັກເມືອງ ແລະ ຄະນະໂຄສະນາອົບຮົມສູນກາງພັກ,ໃນການເຜີຍແຜ່, ເຊື່ອມຊື່ມ, ຮໍ່າຮຽນແນວທາງນະໂຍບາຍຂອງພັກ-ລັດວາງອອກ, ຄະນະໂຄສະນາອົບຮົມແຂວງປະກອບມີ 4 ຂະແໜງການ ແລະ ໂຄສະອົບຮົມ 5 ເມືອງ, ມີພະນັກງານລັດຖະກອນ 62 ຄົນ, ຍິງ 18 ຄົນ, ເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ, ຄະນະປະຈຳພັກເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດພິທີສະເຫຼີມສະຫຼອງ, ປາຖະກະຖາ, ເລົ່າມູນເຊື້ອວັນສຳຄັນຂອງຊາດ, ຂອງພັກ, ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສາກົນ. ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາໃຫ້ແກ່ເລຂາໜ່ວຍພັກບ້ານ, ນາຍບ້ານ, ຮອງນາຍບ້ານຢູ່ລຽບຕາມຊາຍແດນ ໄດ້ 4 ຊຸດ ມີຜູ້ເຂົ້າຮ່ວມ 250 ສະຫາຍ, ຍິງ 15 ສະຫາຍ, ຝຶກອົບຮົມຄວາມຮູ້ພື້ນຖານການເກັບກໍາຫາງສຽງສັງຄົມໃຫ້ພະນັກງານຫຼັກແຫຼ່ງມາຈາກພະແນກການອ້ອມຂ້າງແຂວງໄດ້ 1 ຊຸດ ມີຜູ້ເຂົ້າຮ່ວມ ທ່ານ, 70 ຍິງ 26 ທ່ານ, ໄດ້ເປີດຮຽນເອກະສານສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ ສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ປະຊາຊົນ ແຕ່ຂັ້ນແຂວງລົງຮອດຮາກຖານບ້ານ ມີຜູ້ເຂົ້າຮ່ວມເຊື່ອມຊືມທັງໝົດ 6,483 ທ່ານ, ຍິງ 2,965 ທ່ານ. ໂອກາດດັ່ງກ່າວນີ້ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກໍ່ໄດ້ໂອ້ລົມກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະໂຄສະນາອົບຮົມແຂວງຍາດມາໄດ້ໃນໄລຍະຜ່ານມາ ຈາກນັ້ນ ທ່ານໄດ້ເນັ້ນໜັກໃຫ້ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາສຸມໃສ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຄື:
![]() | ມື້ນີ້ | 98 |
![]() | ມື້ວານນີ້ | 241 |
![]() | ອາທິດນີ້ | 683 |
![]() | ເດືອນນີ້ | 4586 |
![]() | ທັງໝົດ | 158850 |
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌