ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກເມືອງນາແລປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2019
ວັນທີ 15-16 ເດືອນ ສິງຫາ ປີ 2019 ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ, ໄດ້ສົມທົບກັບຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກເມືອງນາແລປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2019
ໂດຍການເປັນປະທານຂອງສະຫາຍ ບຸນປີ ໄລປະເສີດ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆນາແລ, ເຊິ່ງເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາຟອງ ອິນມະນີ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງ. ມີຄະນະໂຄສະນາອົບຮົມແຂວງ, ຄະນະຈັດຕັ້ງແຂວງ, ຄະນະກວດກາພັກລັດແຂວງມີບັນດາ ສະຫາຍ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງ ແລະ ສອງກອງບັນຊາການ ປກຊ-ປກສ ເຂົ້າຮ່ວມທັງໝົດ 78 ສະຫາຍ, ຍິງ 10 ສະຫາຍ.ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼູບຮອບດ້ານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ແລະ ໄດ້ຜ່ານ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ຄັ້ງທີ່ VII ສະໄໝທີ່ X ໃນໄລຍະຜ່ານມາ ຜູ້ແທນກອງປະຊຸມຍັງໄດ້ຄົ້ນຄ້ວາປະກອບຄໍາຄິດຄໍາເຫັນໃສບົດສະຫຼູບ ແລະ ທິດທາງແຜນການ, ບົດສໍາຫຼວດການນໍາພາລວມຢ່າງກົງໄປກົງມາພ້ອມທັງປະເມີນການຈັດຕັ້ງປະຕິບັດວຽກງານ, ການຊີ້ນໍາໆພາຂອງ ຄະນະບໍລິຫານງານພັກເມືອງ.ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາບາງເນື້ອໃນ ແລະ ຄາດໝາຍເພື່ອສູ້ຊົນ, ແຜນຈຸດສຸມ ເພື່ອຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນທ້າຍປີ 2019.
![]() | ມື້ນີ້ | 170 |
![]() | ມື້ວານນີ້ | 217 |
![]() | ອາທິດນີ້ | 667 |
![]() | ເດືອນນີ້ | 2673 |
![]() | ທັງໝົດ | 172412 |
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌