ຄະນະໂຄສະນາອົບຮົມ ແຂວງຫຼວງນໍ້າທາ ສໍາເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ເຜີຍແຜ່ເອກະສານໂຄສະນາສຶກສາການເມືອງ-ແນວຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກໍາລາວ-ຈີນ ໃນຕໍ່ໜ້າ.
ໃນວັນທີ 18-19 ກໍລະກົດ 2019 ຄະນະໂຄສະນາອົບຮົມແຂວງສົມທົບກັບຄະນະໂຄສະນາອົບຮົມເມືອງວຽງພູຄາ ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ວຽກງານສ້າງບ້ານພັດທະນາ; ຈັດຕັ້ງເຜີຍແຜ່ວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດກ່ຽວກັບການສ້າງປະຊາຄົມຮ່ວມສະຕາກໍາລາວ-ຈີນໃນຕໍ່ໜ້າ.
ຊຸດອົບຮົມດັ່ງກ່າວໄດ້ຈັດຂື້ນຢູ່ສະໂມສອນບ້ານນໍ້າແພ່, ກຸ່ມບ້ານນໍ້າແພ່, ເມືອງວຽງພູຄາ, ແຂວງຫຼວງນໍ້າທາ ພາຍໃຕ້ການເປັນປະທານຂອງທ່ານ ບຸນຊົງ ວາໄຊຍີ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງວຽງພູຄາ, ມີນັກສໍາມະນາກອນມາຈາກຄະນະພັກຮາກຖານກຸ່ມບ້ານນໍ້າແພ່, ຄະນະໜ່ວຍພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງທີ່ຂື້ນກັບກຸ່ມບ້ານນໍ້າແພ່ ເຂົ້າຮ່ວມທັງໝົດ 25 ສະຫາຍ, ຍິງ 6 ສະຫາຍ, ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເຮັດໃຫ້ນັກສໍາມະນາກອນ ແລະ ພະນັກງານຫຼັກແຫຼ່ງກຸ່ມບ້ານນໍ້າແພ່ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງຕໍ່ແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ-ລັດ; ມີຄວາມຮັບຮູ້ຕໍພາລະບົດບາດ, ໜ້າທີ່ຕໍ່ຄວາມຮັບຜິດຊອບຂອງຕົນຕໍ່ການຊີ້ນໍາໆພາພໍ່ແມ່ປະຊາຊົນບັນດາເຜົ່າໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາ, ແກ້ໄຂຄວາມທຸກຍາກ ແລະ ຍົກສູງຊີວິດການເປັນຢູ່ຂອງແຕ່ລະຄອບຄົວໃຫ້ສູງຂື້ນ, ທັງເປັນການປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການຈັດຕັ້ງປະຕິບັດວຽກງານສາມສ້າງໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
![]() | ມື້ນີ້ | 111 |
![]() | ມື້ວານນີ້ | 241 |
![]() | ອາທິດນີ້ | 696 |
![]() | ເດືອນນີ້ | 4599 |
![]() | ທັງໝົດ | 158863 |
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌