ຄະນະໂຄສະນາອົບຮົມ ແຂວງຫຼວງນໍ້າທາ ສໍາເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ເຜີຍແຜ່ເອກະສານໂຄສະນາສຶກສາການເມືອງ-ແນວຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກໍາລາວ-ຈີນ ໃນຕໍ່ໜ້າ.
ໃນວັນທີ 6-7 ມີຖຸນາ 2019 ຜ່ານມາ, ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ສົມທົບກັບຄະນະໂຄສະນາອົບຮົມເມືອງນາແລ, ໄດ້ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ເຜີຍແຜ່ເອກະສານໂຄສະນາສຶກສາການເມືອງ-ແນວຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກໍາລາວ-ຈີນ
ໃນຕໍ່ໜ້າ.ຢູ່ທີບ້ານເປືອນ, ກຸ່ມບ້ານນາແລ, ເມືອງນາແລ, ແຂວງຫຼວງນໍ້າທາ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສິງແກ້ວ ແສນປັນຍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດານັກສໍາມະນາກອນມາຈາກຄະນະໜ່ວຍພັກ, ມີຄະນະພັກກຸ່ມບ້ານ, ນາຍບ້ານ ແລະ ບັນດາໜ່ວຍງານຕ່າງໆຂອງບ້ານ ມີນັກສໍາມະນາກອນມາຈາກ 6 ບ້ານເປົ້າໝາຍເຂົ້າຮ່ວມຈໍານວນ 56 ຄົນ, ຍິງ 5 ຄົນ. ຊຸດຝຶກອົບຮົມຄັ້ງນີ້ນັກສໍາມະນາກອນໄດ້ຮັບຟັງການບັນຍາຍເອກະສານຄື: ເອກະສານອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ, ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ມ ແລະ ເອກະສານໂຄສະນາສຶກສາການເມືອງ-ແນວຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກໍາລາວ-ຈີນ ໃນຕໍ່ໜ້າ. ເອກະສານທີນໍາໃຊ້ເຂົ້າໃນການຝຶກອົບຮົມຄັ້ງນີ້ມີ 6 ບົດ.ຈຸດປະສົງໃນການເປີດຊຸດຝຶກອົບຮົມຄັ້ງນີ້ ແມ່ນເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ຄະນະພັກ, ອົງການປົກຄອງບ້ານໄດ້ຮັບຮູ້ເຖິງພາລະບົດບາດ, ສິດໜ້າທີ່ຂອງແຕ່ລະຂະແໜງການຂອງບ້ານ ແລ້ວນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ດີຂຶ້ນເປັນກ້າວໆ.
![]() | ມື້ນີ້ | 103 |
![]() | ມື້ວານນີ້ | 241 |
![]() | ອາທິດນີ້ | 688 |
![]() | ເດືອນນີ້ | 4591 |
![]() | ທັງໝົດ | 158855 |
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌