ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງຫລວງນ້ຳທາ                                                                          ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ                                                                                   

ອົງການປະກັນສັງຄົມແຂວງຫຼວງນໍ້າທາລົງເຜີຍແຜ່ວຽກງານປະກັນສັງຄົມ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ.

 

 

ອົງການປະກັນສັງຄົມແຂວງຫຼວງນໍ້າທາລົງເຜີຍແຜ່ວຽກງານປະກັນສັງຄົມ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ.

          ວັນທີ 17 ມີນາ 2023 ທີມງານປະກັນສັງຄົມແຂວງຫຼວງນໍ້າທາໄດ້ລົງໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ

ພ້ອມທັງແລກປ່ຽນຖອດຖອນບົດຮຽນ, ຮັບຮູ້ບັນຫາ ແລະ ວິທີທາງແກ້ໄຂໃນຕໍ່ໜ້າ; ເຊິ່ງຈຸດປະສົງຂອງການລົງເຜີຍແຜ່ໃນຄັ້ງນີ້ ກໍ່ເພື່ອແນ່ໃສ່ການສ້າງຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ໂດຍສະເພາະແມ່ນ ພັນທະ ແລະ ສິດຜົນປະໂຫຍດທີ່ຈະໄດ້ຮັບຈາກການເຂົ້າເປັນສະມາຊິກປະກັນສັງຄົມ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານໃນຫົວໜ່ວຍວິສາຫະກິດ ແລະ ປະຊາຊົນທົ່ວໄປທີ່ເຂົ້າມາສະໝັກໃຈ ທັງນີ້ກໍ່ເພື່ອຫຼຸດຜ່ອນພາລະຄ່າໃຊ້ຈ່າຍໃນເວລາທີ່ມີການເຈັບເປັນ, ອອກລຸກ, ປ່ວຍການ, ເສຍກໍາລັງແຮງງານ, ເສຍຊີວີິດ ແລະ ການຫວ່າງງານ ນອກນັ້ນຜູ້ປະກັນເວລາຄົບອາຍຸກະສຽນບໍານານ ຍັງຈະໄດ້ຮັບເງິນອຸດໜູນລາຍເດືອນເປັນປົກກະຕິຈາກປະກັນສັງຄົມ ພ້ອມດຽວກັນນັ້ນຍັງຊ່ວຍຫຼຸດຜ່ອນພາລະການແບກຫາບຂອງຜູ້ໃຊ້ແຮງງານ ກໍ່ຄື ນາຍຈ້າງ ໃນເວລາຜູ້ອອກແຮງງານ ຫຼື ພະນັກງານຂອງຕົນ ປະສົບກັບບັນຫາດ້ານສຸຂະພາບ ແລະ ເດືອດຮ້ອນດ້ານຕ່າງໆຕື່ມອີກ. ພິທີດັ່ງກ່າວໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນໄລຍະຜ່ານມາ ແລະ ວິທີທາງແກ້ໄຂໃນຕໍ່ໜ້າ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວຫຼາຍຂື້ນ ແລະ ເປັນແນວທາງໃນການພັດທະນາປັບປຸງວຽກງານປະກັນສັງຄົມ ແລະ ການບໍລິການຕ່າງໆໃຫ້ເປັນທີ່ເພິ່ງພໍໃຈແກ່ສັງຄົມນັບມື້ນັບຫຼາຍຂື້ນ.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

  

ສະຖິຕິຜູ້ເຂົ້າຊົມ:

250475
ມື້ນີ້ມື້ນີ້162
ມື້ວານນີ້ມື້ວານນີ້186
ອາທິດນີ້ອາທິດນີ້1182
ເດືອນນີ້ເດືອນນີ້683
ທັງໝົດທັງໝົດ250475

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌