ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງຫລວງນ້ຳທາ                                                                          ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ                                                                                   

ທ່ານ ຮອງຫົວໜ້າຄະນະບັນນາທິການ ຄະນະໂຄສະນາອົບຮົມສູນກາງພັກ ລົງຊຸຸກຍູ້, ຕິດຕາມ ຄອບຄົວຕົວແບບ ຢູ່ເມືອງຫຼວງນໍ້າທາ.

ທ່ານ ຮອງຫົວໜ້າຄະນະບັນນາທິການ ຄະນະໂຄສະນາອົບຮົມສູນກາງພັກ ລົງຊຸຸກຍູ້, ຕິດຕາມ ຄອບຄົວຕົວແບບ ຢູ່ເມືອງຫຼວງນໍ້າທາ.

ໃນວັນທີ 14 ມີນາ 2023 ທ່ານ ບຸນທ່ຽງ ພັນນະຈັນ ຮອງຫົວໜ້າຄະນະບັນນາທິການ

ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ ສົມທົບກັບຄະນະໂຄສະນາອົບຮົມແຂວງ ລົງຊຸຸກຍູ້, ຕິດຕາມ, ເກັບກໍາຄອບຄົວຕົວແບບ ຢູ່ເມືອງຫຼວງນໍ້າທາ. ໂດຍການເຂົ້າພົບປະ ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ, ຜູ້ຊີ້ນໍາຂົງເຂດວຽກງານແນວຄິດ ແລະ ວຽກງານພັກ-ພະນັກງານ ເຊີ່ງກ່ອນອື່ນ ທ່ານ ບຸນທ່ຽງ ພັນນະຈັນ ຮອງຫົວໜ້າຄະນະບັນນາທິການ ວາລະສານອາລຸນໃຫ່ມຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະເໜີຈຸດປະສົງຂອງການມາຢ້ຽມຢາມໃນຄັ້ງນີ້ ແລະ ທ່ານ ຮອງເລຂາພັກເມືອງ ໄດ້ລາຍງານສະພາບໂດຍລວມຂອງເມືອງຫຼວງນໍ້າທາ ກໍຄືສະພາບການການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ຕິດພັນກັບການສົ່ງເສີມວັດທະນະທໍາທ້ອງຖິ່ນ ແລະ ການສ້າງອາຊີບເສີມໃຫ້ແກ່ຄອບຄົວ.

ຈາກນັ້ນ ໄດ້ລົງສໍາພາດ, ເກັບກໍາຂໍ້ມູນນໍາຄອບຄົວຕົວແບບໃນການຕໍ່າຫູກທໍໄໝ ເຊີ່ງທ່ານ ນາງ ແອ່ງ ພົມມະຈັນ ເຈົ້າຂອງເຮືອນຫູກມີຖຸນາ ໄດ້ລາຍງານຫຍໍ້ໃຫ້ຮູ້ວ່າ: ປີ 2015 ຕົນເອງ ແລະ ຄອບຄົວ ໄດ້ລົງທືນຈັດຊື້ເຄື່ອງຫັດຖະກໍາຕໍ່າຫູກ ຈໍານວນ 550.000 ກີບ ຈາກນັ້ນ ກໍ່ລົງມືເຮັດດ້ວຍຕົນເອງ ນັບແຕ່ເຂັນເຄື່ອງຫູກ, ສືບເຄືອຫູກ, ດືງກົງຫູກ ແລ້ວກໍ່ເກັບລວດລາຍ, ຕົ້ມໄໝມ້ອນຍ້ອມສີ, ມັດໝີ ຈຶ່ງເອົາໄປໃຫ້ຊາວບ້ານດອນຄູນຕໍ່າສີ້ນ ໃນລາຄາ 800.000 ກີບ ຖ້າເອົາແຂບພ້ອມແມ່ນ ລາຄາ 900.000 ກີບ ຄ່າແຮງງານແມ່ນ 200.000 ກີບຕໍ່ຜືນ, ມາຮອດປີ 2016 ໄດ້ຂະຫຍາຍກີ່ ເມືອບ້ານນໍ້າແດງ ຈໍານວນ 3 ກີ່, ປີ 2017 ໄດ້ຂະຫຍາຍກີ່ຕໍ່າຫູກໄປບ້ານນໍ້າແງ້ນ ຈໍານວນ 5 ກີ່, ປີ 2018 ໄດ້ຂະຫຍາຍກີ່ໄປ ບ້ານພຽງງາມ, ບ້ານນາລື ແລະ ບ້ານຄອນຈັນ ເມືອງນາແລ ມາຮອດປະຈຸບັນ ໄດ້ມີກີ່ທັງໝົດ 45 ກີ່, ຈໍານວນ 45 ຄອບຄົວ ເຊີ່ງລາຍການທີ່ເຮືອນຫູກມີຖຸນາໄດ້ຜະລິດອອກມາປະກອບມີ ສີ້ນໄຕ໋ດໍາ ໄໝມ້ອນສົດ, ສີ້ນໄຕດໍາ ເຄືອຝ້າຍຕໍ່າໄໝມ້ອນ, ສີ້ນໝີ່ລ້ວນ, ສີ້ນຊົນເຜົ່າລາວຍວນ, ສີ້ນຊົນເຜົ່າລື້, ສີ້ນຊົນເຜົ່າກຶມມຸ, ແພເສື້ອ, ແພປູໂຕະ, ແພບ່ຽງ, ຜ້າປ່ຽວ, ຜ້າຂັນເຟື້ອງ, ຜ້າປູໄຕ໋ດໍາ, ຖົງໄຕ໋ດໍາ, ແພເຊັດມື, ຜ້າຂັນລາຍ ແລະ ແພຮອງຈານ ສິນຄ້າສ່ວນຫຼາຍແມ່ນຈໍາໜ່າຍພາຍໃນແຂວງ 60% ແລະ ຕ່າງແຂວງ 40% ສາມາດສ້າງລາຍຮັບສະເລ່ຍປະມານ 100 ຫາ 150 ລ້ານກີບຕໍ່ປີ.

ແລະ ລົງສໍາພາດ ທ່ານ ວັນເພັງ ແກ້ວບຸບຜາ ເຈົ້າຂອງໂຮງງານຕົ້ມເຫຼົ້າສາຍນໍ້າທາ ບ້ານນ້ຳແງ້ນ ເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ເຊີ່ງທ່ານໄດ້ເລົ່າປະຫວັດຄວາມເປັນມາຂອງໂຮງງານຕົ້ມເຫຼົ້າສາຍນໍ້ຳທາວ່າ: ເມື່ອກ່ອນປະຊາຊົນບ້ານນ້ຳແງ້ນດຳລົງຊີວິດແບບທຳມະຊາດ ໂດຍອາໄສການຕົ້ມເຫຼົ້າແບບດັ້ງເດີມ ໂດຍສະເພາະແມ່ນແປ້ງເຫຼົ້າຂາວ ຫຼື ຫົວເຊື້ອ ແມ່ນປະຊາຊົນໄດ້ຜະລິດເອງ ທີ່ໄດ້ສືບທອດກັນມາແຕ່ລຸ່ນພໍ່ແມ່ ແຕ່ພໍຮັບໃຊ້ງານປະເພນີນ້ອຍໆຍັງບໍ່ທັນຂະຫຍາຍຕົວ ແລະ ຍັງບໍ່ທັນສາມາດຜະລິດເປັນສີນຄ້າຈຳໜ່າຍເປັນຈຳນວນຫຼາຍໄດ້ ຈົນມາຮອດທ້າຍປີ 2020 ຈີ່ງໄດ້ມີການພັດທະນາສ້າງເປັນໂຮງງານຕົ້ມເຫຼົ້າຂື້ນຢູ່ທີ່ບ້ານນ້ຳແງ້ນ ເມືອງຫຼວງນ້ຳທາ ສາມາດຜະລິດເປັນສີນຄ້າຕາມຈຳນວນຄວາມຕ້ອງການຂອງຕະຫຼາດ ປັດຈຸບັນສາມາດຜະລິດເຫຼົ້າເຂົ້າກໍ່າໄດ້ 300 ລິດ/ເດືອນ, ເຫຼົ້າຂາວຕາຂຽດ 5.000 ລີດ/ເດືອນ, ເຫຼົ້າສົມທຳມະຊາດ 200 ລິດ/ເດືອນ ສາມາດສ້າງລາຍຮັບໄດ້ 100 ລ້ານກີບ/ປີ ປັດຈຸບັນຜະລິດຕະພັນເຫຼົ້າເຂົ້າກໍ່າບ້ານນ້ຳແງ້ນເມືອງຫຼວງນ້ຳທາ ເປັນສີນຄ້າ ໜື່ງເມືອງ ໜື່ງຜະລິດຕະພັນ ( ODOP ) ມີກາເຄື່ອງໝາຍການຄ້າເປັນຂອງຕົນເອງ.

 

 

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

  

ສະຖິຕິຜູ້ເຂົ້າຊົມ:

250486
ມື້ນີ້ມື້ນີ້173
ມື້ວານນີ້ມື້ວານນີ້186
ອາທິດນີ້ອາທິດນີ້1193
ເດືອນນີ້ເດືອນນີ້694
ທັງໝົດທັງໝົດ250486

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌