ຄະນະໂຄສະນາອົບຮົມສູນກາງພັກລົງເກັບກຳຂໍ້ມູນຄອບຄົວຕົວແບບຢູ່ເມືອງສິງ
ໃນວັນທີ 14 ມີນາ 2023 ຄະນະໂຄສະນາອົບຮົມເມືອງສິງ ໄດ້ພົວພັນນຳ ກົມວາລະສານ ອາລຸນໃໝ່
ຈາກຄະນະໂຄສະນາອົບຮົມສູນກາງພັກ ນຳພາໂດຍ ທ່ານ ບຸນທຽງ ພັນນະຈັນ ,ຮອງຫົວໜ້າຄະນະບັນນາທິການ ກົມອາລຸນໃໝ່ ພ້ອມດ້ວຍທິມງານ 4 ທ່ານ ແລະ ທີມງານຈາກຄະນະໂຄສະນາອົບຮົມແຂວງຂະແໜງການໂຄສະນາ-ປາຖະກະຖາແຂວງ ລົງເກັບກຳຂໍ້ມູນ ຄອບຄົວຕົວແບບໃນການສ້າງເສດຖະກິດຄອບຄົວຢູ່ 2 ບ້ານຄື, 1 ຄອບຄົວ ທ່ານ ໜານໃສ່ນ້ອຍ ນາມມົນເພັດ ຄອບຄົວຕົວແບບຈາກບ້ານ ທົງໃໝ່ ທີປະກອບອາຊິບ ໃນການລ້ຽງໝູພັນຊີ້ນເປັນຫຼັກ, ນອກຈາກນີ້ກໍ່ຍັງເປີດໂຮງສີເຂົ້າ ແລະ ຮັບຊື້ເພື່ອແປຮູ້ບມາຂາຍເປັນສິນຄ້າ, 2 ຄອບຄົວທ່ານ ປິນແກ້ວ ຄອບຄົວຕົວແບບຈາກບ້ານ ຢາງຫຼວງ ທີປະກອບອາຊິບໃນການປູກຕົ້ນອ້ອຍເປັນຫຼັກ ແລະ ນອກຈາກນີ້ກໍ່ຍັງປູກຢາງພາລາບາງສ່ວນ ເພື່ອຂາຍເປັນສິນຄ້າການລົງມາເກັບກໍາຂໍ້ມູນຂອງກົມວາລະສານອາລຸນໃໝ່ໃນຄັ້ງນີ້ ທ່ານໜານມອນ ແກ້ວສິງໄຊ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນ້ວຄິດ ແລະ ວຽກງານພັກ-ພະນັກງານ ກໍ່ໄດ້ໃຫ້ການຕ້ອນຮັບ ແລະ ລາຍງານໂດ້ຍຫຍໍ້ຕໍ່ວຽກງານ 3 ສ້າງທີ່ຕິດພັນກັບວຽກງານການຜະລິດກະສິກຳເພື່ອແກ້ໄຂຄວາມທຸກຍ້າກຂອງປະຊາຊົນຊາວເມືອງສິງ, ວຽກງານສົ່ງເສີມການພັດທະນາແຫຼ່ງທ່ອງທ່ຽວເພື່ອເສິມຂະຫບາຍທ່າແຮງຂອງເມືອງສິງຕໍ່ກັບຂົງເຂດວັດທະນາທຳ - ສັງຄົມ ໃນໄລຍະປີ 2020 ທີ່ຜ່ານມາ ແລະ ວຽກງານການກໍ້ສ້າງພັກ - ພະນັກງານ ໃນການຍົກສູງຄວາມສາມາດນຳພາຂອງຄະນະພັກຂັ້ນເມືອງ
![]() | ມື້ນີ້ | 166 |
![]() | ມື້ວານນີ້ | 186 |
![]() | ອາທິດນີ້ | 1186 |
![]() | ເດືອນນີ້ | 687 |
![]() | ທັງໝົດ | 250479 |
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌