ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ເຜີຍແຜ່ເຊື່ອມຊືມ 2 ເອກະສານ
ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ
ວັນທີ 28 ກຸມພາ 2023 ຢູ່ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ເຜີຍແຜ່ເຊື່ອມຊືມ 2 ເອກະສານທີ່ສໍາຄັນໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນມາ ພັນດາວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,
ມີຮອງຫົວໜ້າຄະນະ, ຫົວໜ້າຂະແໜງ-ຮອງຂະແໜງ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ 18 ສະຫາຍ, ຍິງ 4 ສະຫາຍ. ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊືມໃນຄັ້ງນີ້ມີຄື: 1. ເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ V ສະໄໝທີ XI. 2. ເຜີຍແຜ່ ມະຕິວ່າດ້ວຍການເລືອກເຟັ້ນ ແຕ່ງຕັ້ງ, ຊັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງສະບັບເລກທີ 13/ກມສພ, ລົງວັນທີ 09 ກຸມພາ 2023 ເຊີ່ງປະກອບມີ 5 ພາກ ແລະ 16 ມາດຕາ; ການເຊື່ອມຊືມເອກະສານດັ່ງກ່າວນີ້ ເພື່ອໃຫ້ພະນັກງານເຂົ້າໃຈ ແລະ ຫັນເປັນວຽກສໍາຄັນໃນວຽກງານພະນັກງານ ແລະ ທັງສ້າງຄວາມດຸ່ນດ່ຽງທາງດ້ານຈໍານວນ ແລະ ຄຸນນະພາບຂອງຖັນແຖວພະນັກງານນໍາພາ-ຄຸ້ມຄອງໃນຂະແໜງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ຮັບປະກັນການຈັດຕັ້ງມີຄວາມເຂັ້ມແຂງ, ໜັກແໜ້ນ, ເຄື່ອນໄຫວຢ່າງມີປະສິດທິພາບສ້າງພະນັກງານ ສືບທອດປ່ຽນແທນຕາມທິດຫັນເປັນໜຸ່ມ ແລະ ມີຄວາມຊໍານານງານຕາມຫຼັກວິທະຍາດສາດ ແລະ ກ້າວໜ້າ.
![]() | ມື້ນີ້ | 164 |
![]() | ມື້ວານນີ້ | 186 |
![]() | ອາທິດນີ້ | 1184 |
![]() | ເດືອນນີ້ | 685 |
![]() | ທັງໝົດ | 250477 |
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌