ພິທີ ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຍ້ອງຍໍຜົນງານ 5 ປີ ແລະ
ປະກາດເນື້ອໃນຂໍ້ແຂ່ງຂັນ ຮອດປີ 2025 ຂອງຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ.
ຕອນເຊົ້າວັນທີ 8 ກຸມພາ 2023 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີ ມອບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍຂອງລັດຖະບານ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ
ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງ ໄລຍະ 5 ປີ ( 2016-2020 ) ໂດຍການເປັນປະທານຂອງທ່ານ ບຸນມາ ພັນດາວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງຕະຫຼອດຮອດພະນັກງານວິຊາການພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 5 ທ່ານ.ພິທີດັ່ງກ່າວໄດ້ຜ່ານ ລັດຖະດຳລັດ ຂອງປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 152/ປປທ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນໄຊແຮງງານ, ດຳລັດຂອງນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບ ເລກທີ 361/ປປທ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານ ພ້ອມທັງຜ່ານໃບມອບສິດຂອງທ່ານເຈົ້າແຂວງວ່າດ້ວຍການປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍຂອງລັດຖະບານ ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ແລະ ໂອກາດດຽວກັນທ່ານ ສິງແກ້ວ ແສນປັນຍາ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີຜ່ານມາ ( 2016-2020 ) ແລະ ປະກາດເນື້ອໃນຂໍ້ແຂ່ງຂັນ ຮອດປີ 2025 ໃນໄລຍະຜ່ານມາຄະນະໂຄສະນາອົບຮົມແຂວງໄດ້ເອົາໃຈໃສ່ຈັດຕັ້ງ ເປີດຂະບວນການແຂ່ງຂັນຢ່າງເປັນຂະບວນຟົດຟື້ນກວ້າງຂວາງ ແລະ ໄດ້ຮັບໝາກຜົນຕົວຈິງຫຼາຍດ້ານ ເຊີ່ງສະແດງອອກຄື: ໄດ້ຈັດຕັ້ງປະຖະກະຖາວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງອົງການຈັດຕັ້ງມະຫາຊົນ ແລະ ບັນດານິຕິກໍາຕ່າງໆ ແຕ່ຂັ້ນແຂວງລົງເຖີງຮາກຖານບ້ານໄດ້ 254 ຈຸດ ມີຜູ້ເຂົ້າຮ່ວມ 37.038 ເທື່ອຄົນ, ໄດ້ຮັບ ແລະ ແຈກຢາຍປື້ມວາລະສານໂຄສະນາ-ອາລຸນໃໝ່ ແລະ ປື້ມ 2 ແຂວງເຕົ້າໂຮມໄດ້ 4.716 ຫົວ ແລະ ໄດ້ເປີດຊຸດອົບຮົມຄວາມຮູ້ພື້ນຖານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ, ເລຂາໜ່ວຍພັກ, ນາຍບ້ານ, ອົງການຊ່ວຍວຽກງານຂັ້ນບ້ານ 5 ເມືອງ ໄດ້ 27 ຊຸດ ແລະ ເປີດຊຸດອົບຮົມໃຫ້ປະຊາຊົນຢູ່ລຽບຕາມຕາມຊາຍແດນ 3 ເມືອງ, ເປີດຊຸດອົບຮົມວຽກງານການເມືອງ-ແນວຄິດໃຫ້ເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ໄດ້ 1 ເມືອງ, ມີຜູ້ເຂົ້າຮ່ວມທັງຫມົດ 1.994 ສະຫາຍ, ຍິງ 482 ສະຫາຍ ແລະ ຕໍ່ຜົນງານທີ່ກ່າວມາຂ້າງເທິງນັ້ນສາມາດຄັດໄດ້ຜົນງານດີເດັ່ນຄື: ໄດ້ຮັບຫຼຽນໄຊແຮງງານຊັ້ນ I ມີ 3 ທ່ານ, ຫຼຽນໄຊແຮງງານຊັ້ນ III ມີ 2 ທ່ານ ແລະ 1 ກົມກອງ, ຫຼຽນກາແຮງງານ 6 ທ່ານ, ໃບຍ້ອງຍໍລັດຖະບານ 4 ທ່ານ, ໂດຍການປະດັບຫຼຽນ ແລະ ມອບໃບຍ້ອງຍໍຂອງທ່ານ ບຸນມາ ພັນດາວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ພ້ອມດຽວກັນນັ້ນກໍ່ໄດ້ຈັບມືແຂ່ງຂັນກັນຮັກຊາດ ແລະ ພັດທະນາ ໃນຫົວຂໍ້ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ທົ່ວເຖິງທຸກເປົ້າໝາຍ ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງທ່ານປະທານ ກອງປະຊຸມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ຮຽກຮ້ອງໃຫ້ພະນັກງານທຸກທ່ານສືບຕໍ່ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາຕໍ່ກັບວຽກງານຕ່າງໆໃຫ້ໄດ້ດີຂື້ນເປັນກ້າວໆ; ພິທີດັ່ງກ່າວໄດ້ປິດລົງໃນຕອນດຽວກັນ.
![]() | ມື້ນີ້ | 172 |
![]() | ມື້ວານນີ້ | 186 |
![]() | ອາທິດນີ້ | 1192 |
![]() | ເດືອນນີ້ | 693 |
![]() | ທັງໝົດ | 250485 |
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌