ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງຫລວງນ້ຳທາ                                                                          ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ                                                                                   

ສາມອົງການພັກຈັດພິທີເຊື່ອມຊຶມເອກະສານວັນແມ່ຍິງສາກົນ.

     ສາມອົງການພັກຈັດພິທີເຊື່ອມຊຶມເອກະສານວັນແມ່ຍິງສາກົນ.

ຕອນບ່າຍຂອງວັນທີ 1 ມີນາ 2023 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກ-ອົງການກວດກາລັດແຂວງ ໄດ້ຈັດພິທີເຊື່ອມຊືມເອກະສານ ວັນແມ່ຍິງສາກົນ 8 ມີນາ 1910 - 8 ມີນາ 2023 ຄົບຮອບ 113 ປີ ໃຫ້ແກ່ເອື້ອຍນ້ອງແມ່ຍິງ 3 ອົງການພັກ

( ໜ່ວຍສະຫະພັນແມ່ຍິງຄະນະກວດກາພັກ-ອົງການກວດກາລັດແຂວງ, ໜ່ວຍສະຫະພັນແມ່ຍິງຄະນະຈັດຕັ້ງແຂວງ, ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ-ນັກຮົບເກົ່າແຂວງ ) ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານຂອງທ່ານນ. ບົວນີນ ບັນລືສັກ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຮອງປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ແລະ ມີບັນດາຫົວໜ້າໜ່ວຍ, ຮອງຫົວໜ້າໜ່ວຍພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງຈາກ 3 ອົງການພັກເຂົ້າຮ່ວມຢ່າງພ້ອມພຽງພິທີດັ່ງກ່າວ ທ່ານນ.ບົວນີນ ບັນລືສັກ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຮອງປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ໄດ້ຜ່ານເອການສານ ເຊີ່ງຍົກໃຫ້ເຫັນປະຫວັດຄວາມປັນມາຂອງວັນທີ 8 ມີນາ ທີ່ກໍາເນີດເກີດຂື້ນໃນທ່າມກາງທີ່ສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ມີໂຮງຈັກ, ໂຮງງານ ໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທືນ ແຕ່ເພີ່ມຄວາມລໍາບາກໃຫ້ແກ່ຊາວຜູ້ອອກແຮງງານ ເວົ້າລວມ, ເວົ້າສະເພາະແມ່ນກໍາມະກອນເພດຍິງທີ່ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ຄ່າຈ້າງຖືກ ແລະ ຖືກດູໜີ່ນປະໝາດ ຈາກນັ້ນ ຊາວກໍາມະກອນແມ່ຍິງໄດ້ໂຮມຊຸມນຸມປະທ້ວງ ເພື່ອຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການກົດຂີ່ຂູດຮີດແຕ່ຖືກຈັບກຸມ ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີລົບ ແລະ ໃນປີນີ້ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດໄດ້ຈັດຂື້ນຢູ່ໂກເປນຮາກນະຄອນຫຼວງຂອງປະເທດເດນມາກ ແລະ ກອງປະຊຸມໄດ້ກ່າວຮັບຮອງ ຕົກລົງເອົາວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ເພື່ອປົດປ່ອຍຕົນເອງ ແລະ ມີສິດສະເໝີພາບປະຊາທິປະໄຕຄືກັບຜູ້ຊາຍ ນັບແຕ່ນັ້ນມາກໍາມະກອນເພດຍິງ ແລະ ຜູ້ຊາຍໄດ້ເຮັດວຽກມື້ລະ 8 ຊົ່ວໂມງ, ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ຈາກນັ້ນວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກົນ.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

  

ສະຖິຕິຜູ້ເຂົ້າຊົມ:

250485
ມື້ນີ້ມື້ນີ້172
ມື້ວານນີ້ມື້ວານນີ້186
ອາທິດນີ້ອາທິດນີ້1192
ເດືອນນີ້ເດືອນນີ້693
ທັງໝົດທັງໝົດ250485

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌