ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງຫລວງນ້ຳທາ                                                                          ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ                                                                                   

ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາເປີດຊຸດຮົມສະມາຊິກພັກໃໝ່ (ສະມາຊິກພັກສໍາຮອງ).

ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາເປີດຊຸດອົບຮົມສະມາຊິກພັກໃໝ່ (ສະມາຊິກພັກສໍາຮອງ).

ວັນທີ 2 ມີນາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດອົບຮົມສະມາຊິກພັກໃໝ່ (ສະມາຊິກພັກສໍາຮອງ )

ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຊັ້ນ IV ເຊີ່ງເປັນກຽດກ່າວເປີດຊຸດອົບຮົມ ໂດຍສະຫາຍ ບຸນສາງ ອິນມະນີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ການເປີດຊຸດອົບຮົມໃນຄັ້ງນີ້ແມ່ນໄດ້ອີງຕາມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ອີງຕາມກົດລະບຽບພັກສະໄໝທີ X, ອີງຕາມ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 15/2/2016 ວ່າດ້ວຍການຈັດຕັ້ງເຊື່ອມຊືມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານທີ່ນໍາມາຝຶກອົບຮົມທັງໝົດມີ 5 ບົດຄື:

ບົດທີ 1. ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ ຜ່ານເອກະສານໂດຍ ສະຫາຍ ບຸນສາງ ອິນມະນີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.

ບົດທີ 2. ວຽກງານກໍ່ສ້າງ ແລະ ປັບປຸງພັກ ຜ່ານເອກະສານໂດຍ ສະຫາຍ ກົງລາ ຖ່າຍຄໍາໂປນ ຫົວໜ້າຂະແໜງຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ.

ບົດທີ 3. ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ ຜ່ານເອກະສານໂດຍ ສະຫາຍ ແສງຈັນ ສິ່ງຄາຫຼັກ ຫົວໜ້າຂະແໜງອົບຮົມ.

ບົດທີ 4. ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ຜ່ານເອກະສານໂດຍ ສະຫາຍ ຄໍາຫຼ້າ ຈັນທະວິໄລ ຫົວໜ້າຂະແໜງບໍລິຫານຫ້ອງການ.

ບົດທີ 5 . ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຜ່ານເອກະສານໂດຍ ສະຫາຍ ຫັນຈະເລີນ ເພັດທະວົງ ຫົວໜ້າຂະແໜງໂຄສະນາ-ປາຖະກະຖາ. ເຊິ່ງມີຜູ້ເຂົ້າຮຽນທັງໝົດ 3 ສະຫາຍ, ຍິງ 3 ສະຫາຍ

ເອກະສານທີ່ນໍາມາຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອເຮັດໃຫ້ສະມາຊິກພັກໃໝ່ ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ເປັນການປັບປຸງຍົກລະດັບຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ວຽກງານກໍ່ສ້າງພັກ, ປັບປຸງພັກ ແລະ ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງພະນັກງານ, ສະມາຊິກພັກ, ເປັນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບປະກັນໃນການປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນດີ; ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີ ໂດຍ ສະຫາຍ ສິງແກ້ວ ແສນປັນຍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

  

ສະຖິຕິຜູ້ເຂົ້າຊົມ:

250488
ມື້ນີ້ມື້ນີ້175
ມື້ວານນີ້ມື້ວານນີ້186
ອາທິດນີ້ອາທິດນີ້1195
ເດືອນນີ້ເດືອນນີ້696
ທັງໝົດທັງໝົດ250488

ຈຳນວນຄົນອອນໄລ໌ທ

ມີ 16  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌