ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງຫລວງນ້ຳທາ                                                                          ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ                                                                                   

ພາລະບົດບາດ

ມະຕິຕົກລົງ

ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະ ໂຄສະນາອົບຮົມ ແຂວງຫຼວງນ້ຳທາ

  • ອີງຕາມ ມະຕິຕົກລົງ ຂອງກົມການເມືອງສູນກາງພັກ, ສະບັບເລກທີ 04/ກມສພ, ລົງວັນທີ 21 ມີນາ 2013 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະໂຄສະນາອົບຮົມສູນກາງພັກ.
  • ອີງຕາມ ແຈ້ງການເເນະນຳ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 05/ຄອສພ, ລົງວັນທີ 31 ມີນາ 2014 ວ່າດ້ວຍ ການນຳໃຊ້ຮ່າງພາລະບົດບາດ ຂອງຄະນະໂຄສະນາອົບຮົມແຂວງ, ນະຄອນຫຼວງ ສະບັບປັບປຸງໃໝ່.

ຄະນະປະຈຳພັກແຂວງຫຼວງນ້ຳທາຕົກລົງ:

ໝວດທີ I

ວ່າ​ດ້ວຍທີ່​ຕັ້ງ ​ແລະ ພາລະບົດບາດ

ມາດຕາ 01: ທີ່​ຕັ້ງ

ຄະນະ​ໂຄສະນາອົບຮົມ​ແຂວງ, ຂຽນຫຍໍ້​ດ້ວຍ​ຕົວ​ອັກ​ສອນ (ຄອຂ) ​ແມ່ນ​ອົງການຈັດຕັ້ງໜຶ່ງຂອງພັກ, ມີ​​​ຖານະ​ທຽບ​ເທົ່າ​ບັນ​ດາ​ພະ​​ແນກ​ການ ​ແລະ ອົງການ​ຕ່າງໆຂັ້ນ​ແຂວງ.

ມາດ​ຕາ 02: ພາລະ​ບົດບາດ

ຄະນະ​ໂຄສະນາອົບຮົມ​ແຂວງ ມີ​ພາລະ​ເປັນ​​ເສ​ນາ​ທິການ ​ແລະ ​ເປັນ​ອົງການ​ວິຊາ​ສະ​ເພາະ ​ໃຫ້​ແກ່​ຄະນະ​ບໍລິຫານ​ງາ​ນພັກ​ແຂວງ ດ້ານ​ການ​ດຳ​ເນີນ​ວຽກງານ​​ໂຄ​ສະນາ​ອົບຮົມ ກໍ​ຄື​ວຽກງານ ການ​ເມືອງ​-ແນວ​ຄິດ; ຊ່ວຍ​ຄະນະ​ບໍ​ລິ​ຫານ​ງານ​ພັກ​ແຂວ​ງ ​ໃນການສ້າງ​ແຜນ​​-ໂຄງການວຽກງານ​ການ​ເມືອງ-​ແນວ​ຄິດ ທັງ​ເປັນ​ການ​ດຳ​​ເນີນ​ວຽກງານ​ຕົວ​ຈິງ ​ແລະ ທັງ​ຕິດຕາມ​ຊຸກຍູ້, ກວດ​ກາ, ຕີ​ລາຄາ ​ແລະ ສະຫຼຸບລາຍ​ງານ, ຮັບປະກັນ​​ໃຫ້ວຽກງານ ​ໂຄສະນາອົບຮົມ​ ກໍຄື​ວຽກງານ​ການ​ເມ​ືອງ​-ແນວ​ຄິດ ຂອງ​ຄະນະ​ພັກ ​ເປັນ​ໄປ​ຕາມຫຼັກການ​ລວມສູນ ​ເປັນ​ເອກະ​ພາບ.

ໝວດທີ II

ວ່າ​ດ້ວຍໜ້າທີ່ ​ແລະ ຂອບ​ເຂດ​ສິດ

ມາດຕາ 03: ໜ້າທີ່

3.1 ​ປິ​ຕິບັດ​ແນວທາງ ​ແລະ ມະ​ຕິ​ຂອງ​ພັກ​ກ່ຽວກັບ​ວຽກງານ​ການ​ເມືອງ-ແນວ​ຄິດ ກໍ​ຄື​ການ​ຊີ້ນ​ຳຂອງ ຄະນະ​ໂຄສະນາອົບຮົມ​ສູນ​ກາ​ງພັກ ​ແລະ ຄະນະ​ພັກ​ແຂວງ ຢ່າງ​ເປັນ​ເຈົ້າການ-​ເຂັ້ມງວດ ​ແລະ ມີ​ປະສິດທິ​ຜົນ.

3.2 ຫັນ​ເອົາ​ມະຕິ​ກອງ​ປະ​ຊຸມ​ໃຫ່ຍ ຂອງ​​ອົງຄະ​ນະ​ພັກ​ແຂວງ ​ໃຫ​້ເ​ປັນ​ອັນ​ລະອຽ​ດ, ​ເປັນ​ໂຄງການ, ​ເປັນ​ແຜນ​ງານ, ​ເພື່ອ​ສ້າງ​ເປັນ​ເອກະສານ​ເຜີຍ​ແຜ່​​ໃຫ້​ແກ່​ເປົ້າໝາຍຕ່າງໆ ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ.

3.3 ຂຶ້ນ​ແຜນການ, ​ໂຄງການ​ໃຫ້​ລະອຽ​ດ, ​ໃນ​ການ​ບຳລຸງ​ສ້າງ​ຖັນ​ແຖວ​ພະນັກ​ງານ ຜູ້​ທີ່​ເຮັດ​ວຽ​ກງານ​ການ​ເມືອງ-​ແນວ​ຄິດ, ນັກ​ໂຄ​ສະ​ນາ​ປາຖະກະ​​ຖາ, ​ໃຫ້​ພຽງພໍ​ທາງ​ດ້ານ​ຈຳ​ນວນ ​ແລະ ຄຸນ​ນະ​ພາບ ​ເພ​ື່ອຕອບ​ສະໜອງຄວາມ​ຕ້ອງ​ການ ຂອງ​ວຽກງານ​ໃນ​​ໄລຍະ​ໃໝ່.

3.4 ນຳ​ເອົາ​ເອກະສານ​ແນວທາງ​ນະ​ໂຍບາຍ​ຂ​ອງພັກ, ​ແຜ​ນພັດທະນາ​​ເສດຖະກິດ​-ສັງຄົມຂອງ​ແຂວງ, ລະບຽບກົດໝາຍຂອງ​ລັດ, ​ເອກະສານ​ໂຄສະນາ​ປາຖະກະຖາ ​ໃນ​ໂອ​ກາດ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ການ​ນຳ​ຂັ້ນສູງ, ສະພາບ​ທີ່​ພົ້ນ​ເດັ່ນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ໂຄສະນາປາຖະກະຖາ ​ໃຫ​້ພະນັກງານ​ສະມາ​ຊິກ​ພັກ,  ທະຫານ, ຕຳຫຼວດ ​ແລະ ພໍ່ຄ້າ​ຊາວ​ຂາຍ ຕະຫຼອດຮອດພໍ່​ແມ່ ປະຊາຊົນ​ບັນດາ​ເຜົ່າ ​ໃນ​ທົ່ວ​ແຂວ​ງ.

3.5 ຈັດ​ຝຶກ​ອົບຮົມ​ໃຫ້​ພະ​ນັກ​ງານ, ສະມາ​ຊິກພັກ, ຄະນະ​ພັກ​ຮາກ​ຖານ ​ແລະ ພະນັກງານ​ຂັ້ນຮາກ​ຖານ ​ຕາມ​​ເນື້ອ​ໃນ​ເອກະສານ ອົບຮົມ​ສະມາ​ຊິ​ກພັກ, ​ເປົ້າໝາຍຂະຫຍາຍ​ເຂົ້າພັກ, ​ເອກະສານ​ອົບຮົມ​ພະນັກງານ​ຂັ້ນຮາກ​ຖານ ​ແລະ ​ເອກ​ະສານອື່ນໆ ​ໃຫ້​ແຕ່ລະ​ເປົ້າໝາຍ​ໃຫ​້ທົ່ວ​ເຖິງ.

3.6 ກຳ​ແໜ້ນສະພາບ​ແນວ​ຄິດ, ຫາງ​ສຽງສັງຄົມ, ຖ້ອຍ​ທຳນອງ​ຂອງ​ສັດຕູ ​ແລະ ກູ່​ມຄົນ​ບໍ່ດີ ​ເພື່ອ​ສ່ອງ​ແສງ​ລາຍງານ ​ໃຫ້​ຂັ້ນ​ເທິງ​ເປັນ​ປົກກະຕິ ​ແລະ ສະ​ເໜີວິທີ​ການ, ມາດຕະການ​ແກ້​ໄຂ​ຢ່າງ​ທັນ​ການ.

3.7 ​ປະສານ​ສົມທົບ​ກັບ ຄະນະ​ພັກ​ເມືອງ ​ແລະ ຄະ​ນະ​ໂຄສະນາ​ອົບຮົມ​ເມືອງ ​ເພ​ື່ອສຶກສາ​ອົບ​ຮົມ​ການ​ເມືອງ-​ແນວ​ຄິດ ຢູ່​ອ້ອມ​ຂ້າງ​ເມືອງ ​ແລະ ຮາກ​ຖານ​ບ້ານ ຢ່າ​ງທົ່ວ​ເຖິງ.

3.8 ສະຫຼຸບສັງ​ລວມວຽກງານ ການ​ເມືອງ​-ແນວ​ຄິດ, ຈັດຕັ້ງບຳລຸງ​ແນະນຳ ດ​້ານວິຊາ​ການ, ສະໜອງ​ເອກະສານ​ທີ່​ຈຳ​ເປັນ ມຫ້ຄະນະ​ໂຄສະນາ​ອົບຮົມ​ເມືອງ ​ແລະ ຂະ​ແໜງການ​ຕ່າງໆ ​ອ້ອມຂ້າງ​ແຂວງ.

ມາດຕາ 04: ຂ​ອບ​ເຂ​​ດສິດ

4.1 ພົວພັນ​ປະສານ​ສົມທົບ, ຕິດຕາມ, ກວດກາ, ຊຸກຍູ້ ​ແລະ ປະ​ກອບ​ຄວາມ​ເຫັນ​ກ່ຽວກັບ​ແຜນການ, ​ໂຄງການ ​ແລ​ະ ການ​ປັບປຸງ​ຊັບ​ຊ້ອນ​ບຸກຄະລາ​ກອນ ຂອງ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ​ແລະ ​ເມືອງ​ໃນຄວາມຮັບ​ຜິດຊອບຂອງ​ຕົນ.

4.2 ​ເຂົ້າຮ່ວມ​ກອງ​ປະຊຸມ​ຕ່າງໆ ​ແລະ ປະກ​ອບຄຳ​ຄິດ-ຄຳ​ເຫັນ ທີ່​ພົວພັນ​ເຖິງ​ວຽກງານ​ການ​ເມືອງ-​ແນ​ວຄິດ ທີ່​ຂັ້ນ​ເທິງ, ຂະ​ແໜງການ, ອົງການ, ທ້ອງ​ຖິ່ນ​ຈັດ​ຂຶ້ນ.

4.3 ອອກ​ຄຳ​ແນ​ະນຳ ​ແລະ ​ແຈ້ງ​ການ​ຕ່າງໆ ​ເຖິງ​ຄະ​ນະພັກ​ຂະ​ແໜງການ-​ອົງການ, ​ເມືອງ​ຕ່າງໆ ພາຍ​ໃນ​ແຂວ​ງ ກ່ຽວກັບ​ວຽກງານ​​ໂຄສະນາ​ອົບຮົມ.

4.4 ຮຽກ​ໂຮມ​ປະ​ຊຸມ​ພະ​ນັກ​ງານໂຄສະນາ​ອົບຮົມ ຫຼືຜູ​້ຮັບ​ຜິດຊອບ​ວຽກງານ​ການ​ເມືອງ-​ແນວ​ຄິດ ຈາ​ກທ້ອງ​ຖິ່ນ, ຂະ​ແໜງການ, ​ອົງການ​ອ້ອມຂ້າງ​ແຂວງ ​ເພື່ອ​ປຶກສາ​ຫາລື, ຄົ້ນຄ້ວາ ຫຼື ​ເຜິ​ຍ​ແຜ່ ​ແນະ​ນຳ ກ່ຽວກັບ​ທິດ​ທາງ ວິທີ​ການ ​ແລະ ມາດ​ຕະການ​ດຳ​ເນີນ​ວຽກງານໂຄສະນາ​ອົບຮົມ.

4.5 ຕົກລົງ​ບັນ​ຫາ​ພາຍ​ໃນຄະນະໂຄສະນາ​ອົບຮົມແຂວ​ງ ​ເປັນຕົ້ນ​ແມ່ນ​ວຽກງານໂຄສະນາ​, ການ​ປັບປຸງ​ກົງຈັກ​ການຈັດຕັ້ງ, ການ​ປະຕິບັດ​ນະ​ໂຍບາຍ, ການກໍ່ສ້າງ, ການ​ບຳລຸ​ງຍົກ​ລະດັບຄວາ​ມຮູ້, ຄວາມ​ສາມາດ​​້ານຕ່າງໆຂອງພະນັກ​ງານ​ລັດຖະກອນ ​ໃນ​ຄວາມ​ຮັບຜິ​ດຊອບ​ຂອງ​ຕົນ.

 4.6 ຈັດຕັ້ງປະຕິບັດ​ງົບປະມານ ​ໃນ​ຂະ​​ແໜງການ​ຂອງ​ຕົນ ​ໃຫ້​ຖືກຕ້ອງ​ຕາມ​ລະບຽບຫຼັກການ ​ແລະ ນຳ​ໃຊ້​ພາຫະນະ, ວັ​ດຖຸອຸປະ​ກອນ​ຕ່າງໆ ທີ່​ພັກ-ລັດ​ມອບໝາຍ​ໃຫ້ ມີ​ປະສິດທິ​ຜົນ.

ໝວ​ດທີ III

ວ່າ​ດ້ວຍກົງ​ຈັກ​ການ​ຈັດຕັ້ງ ​ແລະ ບຸກຄະ​ກອນ

ມາດຕາ 05: ​ໂຄງ​ປະກອບ​ກົງ​ຈັກ ການຈັ​ດຕັ້ງມີ 04 ຂະ​ແໜງຄື:

5.1 ຫ້​ອງການ-​ບໍລິ​ຫານ.

5.2 ຂະ​ແໜງ​ໂຄສະ​ນາ(ປາຖະກະຖາ, ຜ່ານ​ສື່, ​ເຄື່ອນ​ທີ່).

5.3 ຂະ​ແໜງອົບຮົມ.

5.4 ຂະ​ແໜງຄົ້ນຄ້ວາ​ສັງ​ລວມ.

        ມາ​ດຕາ 06: ​ໂຄງ​ປະກອບ​ບຸກຄະລາ​ກອນ.

        6.1 ຄະ​ນະໂຄສະນາ​ອົບຮົມ​ແຂວງ ປະກອບ​ດ​້ວ​ຍຫົວໜ້າຄະ​ນະ 1 ທ່ານ, ຮອງ​ຫົວໜ້າຄະນະ ຈຳນວນໜຶ່ງ ຊຶ່ງ​ໄດ້​ຮັບ​ການ​ແຕ່ງຕັ້ງ ຫຼື ປົດ​ຕຳ​ແໜ່ງຈາກ​ຄ​ະນະປະ​ຈຳ​ພັກ​ແຂວງ ຕາມ​ການສະ​ເໜີຂອງ​ຄະນະ​ຈັດຕັ້ງ​ແ​ຂວງ ​ໂດຍ​ການ​ເຫັນ​ດີ ຈາກ​ຄະນະ​ໂຄ​ສະນາ​ອ​ົບຮົມ​ສູນ​ກາງ​ພັກ.

        6.2 ຫົວໜ້າຄະນະໂຄສະນາ​ອົບຮົມ​ແຂວງ ​ເປັນ​ຜູ້​ຮັບ​ຜິ​ດຊອບ​ໂດຍ​ກົງ ຕໍ່ຄະນະ​ບໍລິຫານ​ງາ​ນພັກ​ແຂວງ ​ແລະ ຕໍ່ຄະນະໂຄສະນາ​ອົບຮົມສູນ​ກາງ​ພັກ ກ່ຽວກັບ​ຜົນສຳ​ເລັ​ດ ​ແລະ ຂໍ້​ບົກ​ຜ່ອງ​ຕ່າງໆ ​ໃນ​ການ​ປະຕິບັດໜ້າທີ່​ການ​ເມືອງ​ຂອງ​ຕົນ.

        6.3 ຮອງ​ຫົວໜ້າຄະນະໂຄສະນາ​ອົບຮົມ​ແຂວງ ​ເປັນ​ຜູ້​ຊ່ວຍ​ວຽກຫົວໜ້າ ​ແລະ ຮັບ​ຜິດ​ຊອບ​ວຽກງານ​​ໃດໜຶ່ງ ຕາມ​ການມອບໝາຍຂອງ​ຫົວໜ້າ ​ແລະ ໝູ່ຄະນະ.

        6.4 ມີ​ຫົວໜ້າ-ຮ​ອງຫົວໜ້າຫ້ອງການ, ຫົວໜ້າ-ຮອງ​ຫົວໜ້າຂະ​ແໜງ ທີ່​ໄດ້​ຮັບ​ແຕ່ງຕັ້ງ ຫຼື ປົດ​ຕຳ​ແໜ່ງ ຈາກ​ຄະນະ​ປະຈຳ​ພັກ​ແຂວງ ຕາມ​ການສະ​ເໜີຂ​ອງຄະນະ​ຈັດຕັ້ງ​ແຂວງ ​ໂດຍ​ການ​ເຫັນ​ດີ​ເປັນ​ເອກ​ະພາບ ຂອງ​ຄະນະໂຄສະນາ​ອົບຮົມ​ແຂວງ ​ແລະ ມີ​ພະ​ນັກ​ງານ​ວິຊາ​ການ​ຈະ​ນວນໜຶ່ງ ຕາມ​ຄວາມ​ຕ້ອງ​ການຂອງ​ຕຳ​ແໜ່ງງານ.

ໝວດທີ IV

ວ່າດ້ວຍໜ້າທີ່ຂອງແຕ່ລະຂະແໜງ

ມາດຕາ 07: ໜ້າທີ່ຂອງຫ້ອງການ

      7.1 ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ພະນັກງານ, ລັດຖະກອນ ເຊັ່ນ: ບ່ອນເຮັດວຽກ, ສະໜອງວັດຖຸ- ອຸປະກອນ, ເຄື່ອງຮັບໃຊ້ຫ້ອງການ, ຄຸ້ມຄອງພາຫະນະ, ເຄຫາສະຖານ ແລະ ປ້ອງກັນຄວາມສະເຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນສໍານັກງານຂອງຕົນ.

      7.2 ບໍລິຫານ- ບໍລິການ ຮັບໃຊ້ວຽກງານເຊັ່ນ: ຂາເຂົ້າ- ຂາອອກ, ສົ່ງເອກະສານ, ປົກປັກຮັກສາ ແລະ ເກັບມ້ຽນເອກະສານ, ການພິມ, ການອັດເອກະສານ ແລະ ອື່ນໆທີ່ກ່ຽວຂ້ອງ.

      7.3 ຄຸ້ມຄອງພະນັກງານ, ການບໍາລຸງກໍ່ສ້າງພະນັກງານ, ຊັບຊ້ອນພະນັກງານ ແລະ ການປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ- ລັດຖະກອນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.

      7.4 ຂຶ້ນແຜນງົບປະມານ ແລະ ຄຸ້ມຄອງນໍາໃຊ້ງົບປະມານເຂົ້າໃນວຽກງານຕ່າງໆຕາມການຕົກລົງຂອງ ຄະນະໂຄສະນາອົບຮົມແຂວງ, ຂຶ້ນແຜນຄິດໄລ່ເງິນເດືອນໃຫ້ພະນັກງານ-ລັດຖະກອນໃຫ້ຖືກຕ້ອງຕາມລະບຽບຫຼັກການ.

      7.5 ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະໂຄສະນາອົບຮົມແຂວງ.

      7.6 ຕິດຕາມ, ກວດກາເຕັກນິກການເຊື່ອມຕໍ່ລະບົບເຄື່ອຂ່າຍເອເລັກໂຕນິກ ລະຫວ່າງ ໂຄສະນາອົບຮົມສູນກາງພັກ ກັບ ໂຄສະນາອົບຮົມແຂວງ ແລະ ບັນດາເມືອງ.

      7.7 ຈັດຕັ້ງບໍາລຸງຍົກລະດັບວິຊາການໄອທີ ໃຫ້ພະນັກງານໂຄສະນາອົບຮົມ ຮູ້ນໍາໃຊ້ເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ ເພື່ອຮັບໃຊ້ໜ້າທີ່ການເມືອງຂອງຕົນ.

ມາດຕາ 08: ໜ້າທີ່ຂອງຂະແໜງໂຄສະນາ

      8.1 ໂຄສະນາເຜີຍແຜ່ແນວທາງ ແລະ ນະໂຍບາຍຂອງພັກ- ກົດລະບຽບຂອງລັດ, ມູນເຊື້ອຂອງພັກ, ຂອງກອງທັບ, ຂອງຊາດ, ວັນຄ້າຍວັນເກີດຂອງທ່ານຜູ້ນໍາ, ຜົນສໍາເລັດຂອງ ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ-ລັດ ແລະ ຂອງທ້ອງຖິ່ນຕົນ; ສະພາບການພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດເປັນແຕ່ລະໄລຍະ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ.

      8.2 ເປັນເຈົ້າການປັບປຸງເນື້ອໃນເອກະສານ ໂຄສະນາປາຖະກະຖາ ທີ່ຄະນະໂຄສະນາອົບຮົມສູນກາງພັກ ສົ່ງໃຫ້ເພື່ອໃຫ້ສອດຄ່ອວກັບສະພາບ, ຈຸດພິເສດ ແລະ ແທດເໝາະກັບເປົ້າໝາຍຂອງທ້ອງຖິ່ນຕົນ.

      8.3 ເປັນເຈົ້າການສ້າງແຜນການ, ໂຄງການ ແລະ ຂຶ້ນແຜນງົບປະມານ ເພື່ອດໍາເນີນວຽກງານໂຄສະນາ ເປັນແຕ່ລະໄລຍະ ໃຫ້ເປັນປົກກະຕິ ແລະ ມີປະສິດທິຜົນ.

      8.4 ປະສານສົມທົບກັບ ຄະນະໂຄສະນາອົບຮົມສູນກາງພັກ ເພື່ອຈັດຕັ້ງປະຕິບັດ ແລະ ດໍາເນີນການຝຶກອົບຮົມຍົກລະດັບ ໃຫ້ພະນັກງານຜູ້ທີ່ເຮັດວຽກງານ ໂຄສະນາ- ປາຖະກະຖາ, ໂຄສະນາເຄື່ອນທີ່ ແລະ ໂຄສະນາຜ່ານສື່.

      8.5 ຈັດຕັ້ງດໍາເນີນວຽກງານ ໂຄສະນາເຄື່ອນທີ່ ໃຫ້ມີປະສິດທິຜົນສູງ, ປະສານສົມທົບກັບກອງໂຄສະນາເຄື່ອນທີ່ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອເຄື່ອນໄຫວໂຄສະນາສາຍສາລະຄະດີຕ່າງໆ ແລະ ເກັບກໍາຂໍ້ມູນຄອບຄົວຕົວແບບ ໃນການຜະລິດເປັນສິນຄ້າ, ສ້າງເປັນສາລະຄະດີ ພາຍໃນທ້ອງຖິ່ນຕົນເປັນແຕ່ລະໄລຍະ.

      8.6 ຊຸກຍູ້ ຕິດຕາມການເຄື່ອນໄຫວວຽກງານໂຄສະນາ ແລະ ເກັບກໍາຜົນສໍາເລັດໃນການເຄື່ອນ ໄຫວວຽກງານດັ່ງກ່າວ ເພື່ອສ້າງລາຍງານໃຫ້ ຄະນະປະຈໍາພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ ເປັນປົກກະຕິ.

ມາດຕາ 09: ໜ້າທີ່ຂອງຂະແໜງອົບຮົມ

      9.1 ຄົ້ນຄວ້າກໍາແໜ້ນມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແຕ່ລະສະໄໝ ເພື່ອສ້າງເປັນເອກະສານເຜີຍແຜ່ ໃຫ້ບັນດາເປົ້າໝາຍຕ່າງໆ ຢູ່ພາຍໃນແຂວງ ແລະ ເມືອງໃຫ້ໄດ້ຢ່າງທັນການ.

      9.2 ຝຶກອົບຮົມ, ບໍາລຸງຍົກລະດັບຄວາມຮູ້ທາງດ້ານທິດສະດີ, ແນວທາງ ໃຫ້ແກ່ພະນັກງານ-ລັດຖະກອນຢູ່ຂັ້ນແຂວງ ແລະ ເມືອງຕາມເອກະສານອົບຮົມເປົ້າໝາຍຕ່າງໆ ທີ່ກົມອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ ສ້າງຂຶ້ນ.

       9.3 ຈັດຕັ້ງຊຸດຝຶກອົບຮົມຄວາມຮູ້ພຶ້ນຖານດ້ານການເມືອງ- ການປົກຄອງ ແລະ ການສ້າງບ້ານພັດທະນາໃຫ້ແກ່ເລຂາ, ຮອງເລຂາພັກ, ນາຍບ້ານ, ຫົວໜ້າໜ່ວຍງານ, ອົງການຈັດຕັ້ງຂອງບ້ານ ແລະ ປະຊາຊົນ ຢູ່ຂັ້ນຮາກຖານ ໃນທົ່ວແຂວງຂອງຕົນ.

       9.4 ປະສານສົມທົບກັບພະແນກການ, ອົງການຕ່າງໆ ເພື່ອຈັດຕັ້ງຝຶກອົບຮົມ ເອກະສານເປົ້າໝາຍຂະຫຍາຍເຂົ້າພັກ ໃຫ້ແກ່ເປົ້າໝາຍຂະຫຍາຍພັກ ຂອງແຕ່ລະພະແນກການ ຂອງແຂວງ.

       9.5 ຕິດຕາມກວດກາ ແລະ ຊຸກຍູ້ການຮຽນ-ການສອນ ວິຊາສຶກສາພົນລະເມືອງ, ວິຊາສັງຄົມການເມືອງ ຢູ່ບັນດາໂຮງຮຽນ ອະຊີວະສຶກສາ, ໂຮງຮຽນ ສາມັນຢູ່ແຂວງ.

       9.6 ສ້າງແຜນການເຄື່ອນໄຫວວຽກງານ ຂອງຂະແໜງການຂອງຕົນ ໃນການຈັດຕັ້ງຝຶກອົບຮົມບັນດາເປົ້າໝາຍຕ່າງໆ ໃຫ້ທັນເວລາ, ພ້ອມທັງສະຫຼຸບຕີລາຄາ ປະເມີນຜົນບັ້ນຝຶກອົບຮົມ ໃນແຕ່ລະຄັ້ງເພື່ອລາຍງານໃຫ້ ຄະນະໂຄສະນາອົບຮົມແຂວງ, ຄະນະປະຈໍາພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.

ມາດຕາ 10: ໜ້າທີ່ຂອງຂະແໜງການຄົ້ນຄວ້າສັງລວມ

       10.1 ຄົ້ນຄວ້າ ແລະ ສະຫຼຸບລວມ ບັນຫາຕ່າງໆ ທີ່ບັນດາພະແນກການ-ກົມກອງ ຂອງແຂວງ, ບັນດາເມືອງທີ່ສ່ອງແສງ ເຖິງການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ແລະ ສ້າງແຜນການ, ເຮັດບົດສະຫຼຸບປະຈໍາເດືອນ, 6 ເດືອນ ແລະ 1ປີ ຂອງວຽກງານການເມືອງ-ແນວຄິດ ເພື່ອສ້າງລາຍງານໃຫ້ ຄະນະໂຄສະນາອົບຮົມແຂວງ, ຄະນະປະຈໍາພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.

       10.2 ຕິດຕາມ, ເກັບກໍາສະພາບແນວຄິດ, ຫາງສຽງ-ສັງຄົມ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ທີ່ພົ້ນເດັ່ນເກີດຂຶ້ນໃນແຕ່ລະໄລຍະ ລາຍງານໃຫ້ຄະນະປະຈໍາພັກແຂວງ, ຄະນະໂຄສະນາອົບຮົມສູນກາງພັກ.

       10.3 ເຂົ້າຮ່ວມກອງປະຊຸມ ຄະນະໂຄສະນາອົບຮົມແຂວງ ແລະ ເຮັກໜ້າທີ່ບັນທຶກກອງປະຊຸມ, ແຈ້ງການ, ຂໍ້ຕົກລົງ, ຄໍາແນະນໍາ, ບົດໂອ້ລົມຕ່າງໆ ຂອງຄະນະໂຄສະນາອົບຮົມແຂວງ, ຄະນະປະຈໍາພັກແຂວງ.

 

ໝວດທີ V

ວ່າດ້ວຍຫຼັກການ ແລະ ແບບແຜນວິທີເຮັດວຽກ

ມາດຕາ 11: ຫຼັກການ

      11.1 ປະຕບັດຕາມຫຼັກການລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ ກ່ຽວກັບແຜນການ, ການຈັດຕັ້ງພະນັກງານ ແລະ ການພົວພັນກັບຕ່າງປະເທດ, ປະຕິບັດລະບອບຫົວໜ້າດຽວ ບົນພຶ້ນຖານການແບ່ງງານໃຫ້ບຸກຄົນຮັບຜິດຊອບ ຢ່ງຈະແຈ້ງ, ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງພະນັກງານລັດຖະກອນ ທຸກລະບົບ.

      11.2 ການເຄື່ອນໄຫວ ຂອງຄະນະໂຄສະນາອົບຮົມແຂວງ, ພະນັກງານລັດຖະກອນ ແມ່ນອີງໃສ່ລະບຽບກົດໝາຍ ແລະ ລະບຽບການລວມ ຂອງແຂວງ ນໍາເອົາແນວທາງຂອງພັກ ແລະ ລັດຖະບານ, ແຜນການວຽກງານຈຸດສຸມ ຂອງຄະນະປະຈໍາພັກແຂວງ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນ.

ມາດຕາ 12: ແບບແຜນວິທີເຮັດວຽກ

      12.1 ເຮັດວຽກຢ່າງມີແຜນການ, ມີໂຄງການ, ມີເປົ້າໝາຍປະຕິບັດ ແລະ ແກ້ໄຂວຽກງານ ຢ່າງມີຈຸສຸມ ມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນ ໃນແຕ່ລະວຽກງານ.

      12.2 ປະຕິບັດລະບອບປະຊຸມປະຈໍາອາທິດ, ປະຈໍາເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ. ເພື່ອລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ເປັນແຕ່ລະໄລຍະໃຫ້ຂັ້ນເທິງເປັນປົກກະຕິ.

ໝວດ VI

ວ່າດ້ວຍ ບົດບັນຍັດສຸດທ້າຍ

ມາດຕາ 13: ຕາປະທັບ ແລະ ງົບປະມານ

      13.1 ຄະນະໂຄສະນາອົບຮົມແຂວງ ມີຕາປະທັບ 1 ໜ່ວຍ ແລະ ຫ້ອງການ 1 ໜ່ວຍ ເພື່ອໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ທາງລັດຖະການ.

      13.2 ຄະນະໂຄສະນາອົບຮົມແຂວງ ເປັນຫົວໜ່ວຍງົບປະມານຂັ້ນໜຶ່ງ ເຊີ່ງໄດ້ຮັບຈາກງົບປະ ມານຂອງລັດ ເພື່ອໃຊ້ຈ່າຍເຂົ້າໃນວຽກງານຂອງຕົນ ຄືກັບອົງການ ແລະ ພະແນກການອື່ນ ຂອງແຂວງ.

ມາດຕາ 14: ການຈັດຕັ້ງປະຕິບັດ

      ບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ ແລະ ບັນດາເມືອງ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ.

ມາດຕາ 15: ຜົນສັກສິດ

      ມະຕິຕົກລົງ ສະບັບນີ້ໃຊ້ປ່ຽນແທນ ມະຕິຕົກລົງ ສະບັບເລກທີ: 01/ຄປພຂ, ລົງວັນທີ 05 ມັງ ກອນ 2012 ແລະ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

                                   

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

  

ສະຖິຕິຜູ້ເຂົ້າຊົມ:

250481
ມື້ນີ້ມື້ນີ້168
ມື້ວານນີ້ມື້ວານນີ້186
ອາທິດນີ້ອາທິດນີ້1188
ເດືອນນີ້ເດືອນນີ້689
ທັງໝົດທັງໝົດ250481

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌